ໄຂງານບຸນເສື້ອຍາວ ຢູ່ Festival ເຫ້ວ 2014
(ພາບ: http://dantri.com.vn)
(vovworld)- ຕອນຄ່ຳວັນທີ 14/4, ງານບຸນເຊື້ອຍາວດ້ວຍຫົວຂໍ້ “ໂລກໃນຊຸດເສື້ອຍາວຫວຽດນາມ“ ຊື່ງແມ່ນຈຸດທີ່ພົນເດັ່ນໃນ Festival ເຫ້ວ 2014, ໄດ້ຖືກຈັດຂຶ້ນຢູ່ສະໜາມຫຼວງ ງໍ້ມົນ. ນາງແບບ 100 ຄົນ ຕາງໜ້າໃຫ້ນາງສາວຫວຽດນາມ ໄດ້ນຸ່ງຊຸດເສື້ອຍາວແນະນຳຄວາມງາມຂອງເສື້ອຍາວຫວຽດນາມ ກັບແຂກທ່ອງທ່ຽວສາກົນເຂົ້າຮ່ວມ Festival ເຫ້ວ ຄັ້ງນີ້ນັບແສນໆຄົນ. ງານບຸນເສື້ອຍາວປີນີ້ໄດ້ແນະນຳຊຸດເສື້ອຍາວ 600 ແບບຂອງ 18 ນັກອອກແບບທີ່ມາຈາກ 3 ພາກຂອງຫວຽດນາມ.
ແລະ ກໍ່ໃນຕອນຄ່ຳວັນທີ 14/4, ໄດ້ໄຂງານມະໂຫລານຟ້ອນສາກົນຄັ້ງທີ 1-ເຫ້ວປີ 2014 ໂດຍມີການເຂົ້າຮ່ວມຂອງ 24 ຄະນະສິລະປະກອນມາຈາກບັນດາເຂດດິນແດນ, ປະເທດຕ່າງໆໃນໂລກ ແລະ ບັນດາຄະນະສິລະປະອາຊີບຂອງຫວຽດນາມ. ງານມະໂຫລານຟ້ອນສາກົນຄັ້ງທີ 1-ເຫ້ວປີ 2014 ແມ່ນເຫດການວັດທະນະທຳສິລະປະຂະໜາດໃຫ່ຍຂອງຫວຽດນາມ, ແມ່ນໂອກາດໃຫ້ບັນດານັກສິລະປິນຟ້ອນຫວຽດນາມ ສາມາດສຳພັດ, ພົບປະແລກປ່ຽນ, ຮ່ຳຮຽນສິ່ງຍອດຍິ່ງຂອງສິລະປະຟ້ອນສາກົນ, ປ່ຽນໃໝ່ວິທີປະດິດສ້າງເພື່ອມີບັນດາວາດຟ້ອນເຂັ້ມຄົ້ນໄປດ້ວຍສີສັນຊາດ, ທັນສະໄໝ, ຮັບໃຊ້ຄວາມຕ້ອງການຮັບຊົມສິລະປະຂອງ ປຊຊ ໃນໄລຍະໃໝ່./.