(ພາບ: ThanhLuong)
(vovworld) – ງານມະຫາກຳກິລາຄົນພິການ ອາຊຽນ (ASEAN Paragames) ຄັ້ງທີ 8 ໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 03/12 ຢູ່ປະເທດ ສິງກະໂປ ດ້ວຍການເຂົ້າຮ່ວມຂອງນັກກິລາ 3000 ກ່ວາຄົນ ທີ່ມາຈາກບັນດາຄະນະກິລາ. ງານມະຫາກຳກິລາຄັ້ງນີ້ ມີ 10 ຄະນະນັກກິລາຂອງບັນດາປະເທດເຂົ້າຮ່ວມ, ແຂ່ງຂັນ ໃນ 15 ປະເພດ ເພື່ອຍາດເອົາບັນດາຊຸດຫລຽນກທີ່ໄດ້ຈັດໄວ້ຕາມເນື້ອໃນປະເພດຕ່າງໆ
ທີ່ ASEAN Paragames 2015, ຄະນະນັກກິລາຄົນພິການ ຫວຽດນາມ ເຂົ້າຮ່ວມລວມມີ 170 ຄົນ ແຂ່ງຂັນ 9 ໃນຈຳນວນ 15 ປະເພດຄື: ແລ່ນ ແລະ ລານ, ລອຍນ້ຳ, ຍົກນ້ຳໜັກ, ປິ່ງປ່ອງ, ຕີດອກປີກໄກ່, ໝາກຮຸກ, ຊວງເຮືອ ແລະ ບານແຕະສຳລັບຄົນພິການຕາ
ແລະກໍໃນຕອນເຊົ້າວັນທີ 04/12 ຄະນະນັກກິລາຄົນພິການ ຫວຽດນາມ ຄ້ວາ 4 ຫຼຽນຄຳ, 3 ຫຼຽນເງິນ, 5 ຫຼຽນທອງ ຢູ່ໃນບັນດາລາຍການແຂ່ງຂັນກິລາ ປະເພດ ລອຍນ້ຳ, ແລ່ນແລະລານ. ກິລາປະເພດ ລອຍນ້ຳ, ແລ່ນແລະລານ ແມ່ນ 2 ປະເພດກິລາທີ່ ຫວຽດນາມ ມີທ່າແຮງ, ພ້ອມກັນນັ້ນ ນີ້ກໍ່ແມ່ນ 2 ທິມຊາດທຳອິດຂອງຄະນະນັກກິລາຄົນພິການ ຫວຽດນາມ ແຂ່ງຂັນໃນວັນທີ 4/12 ຢູ່ ປາຣາເກມ 8.