ໄຂງານມະຫາກຳກິລາ ທົ່ວປະເທດຄັ້ງທີ IX
(VOVWORLD) -ຕອນຄ່ຳວັນທີ 9 ທັນວາ, ງານມະຫາກຳກິລາ ທົ່ວປະເທດຄັ້ງທີ IX ຖືກໄຂຂຶ້ນຢູ່ສະໜາມຫຼວງ Sun Carnival, ນະຄອນ ຮະລອງ, ແຂວງ ກວ໋າງນິງ ຂອງ ຫວຽດນາມ.
ພິທີໄຂງານມະຫາກຳກິລາ (ພາບ: VOV) |
ເຂົ້າຮ່ວມງານມະຫາກຳກິລາຄັ້ງນີ້ ມີນັກກິລາກວ່າ 10.000 ຄົນ, ແຂ່ງຂັນໃນກິລາ 43 ປະເພດ ດ້ວຍຫຼຽນລາງວັນ 900 ຫຼຽນ. ທ່ານ ຮວ່າງດ້າວເກືອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ທັງເປັນຫົວໜ້າຄະນະຈັດຕັ້ງງານມະຫາກຳກິລາທົ່ວປະເທດຄັ້ງທີ IX, ໃຫ້ຮູ້ວ່າ:
“ງານມະຫາກຳກິລາຄັ້ງນີ້ ມີຄວາມໝາຍພິເສດທີ່ສຸດ ເຊິ່ງໄດ້ດຳເນີນໃນປີດຽວກັນກັບ ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (ຊີເກມ) ແລະ ມີຜົນງານສູງຫຼາຍຢ່າງທີ່ບັນລຸໄດ້ພາຍຫຼັງ ຊີເກມ. ງານມະຫາກຳກິລາກາຍຍະກຳທົ່ວປະເທດຄັ້ງທີ IX ມີໜ້າທີ່ອັນໃຫຍ່ຫຼວງ ນັ້ນແມ່ນຄົ້ນພົບ ແລະ ຄັດເລືອກເອົານັກກິລາໄປເຂົ້າຮ່ວມການແຂ່ງຂັນສຳຄັນຕ່າງໆໃນປີ 2023 ຄື ງານມະຫາກຳກິລາ ອາຊີ (ASAID) ແລະ Olympic Paris 2024. ນອກຈາກນັ້ນແລ້ວ, ງານມະຫາກຳກິລາຄັ້ງນີ້ ກໍ່ຍັງນຳໃຊ້ອຸປະກອນທັນສະໄໝເຂົ້າໃນການແຂ່ງຂັນກິລາປະເພດລອຍນ້ຳ, ແລ່ນ ແລະ ລານ, ຍິງປືນອີກດ້ວຍ.”