ໄຂງານມະຫາກຳສາກົນມວຍພື້ນເມືອງ ຫວຽດນາມ ຄັ້ງທີ 7 ປີ 2019

(VOVWORLD) - ຕອນຄ່ຳວັນທີ 08 ສິງຫາ, ທີ່ສະໜາມຫລວງ ຫງວຽນເຕິດແທ່ັງ, ນະຄອນ ກຸຍເຍີນ, ຄະນະກຳມະການປະຊາຊົນແຂວງ ບີ່ງດິ້ງ ໄດ້ໄຂງານມະຫາກຳສາກົນມວຍພື້ນເມືອງ ຫວຽດນາມ ຄັ້ງທີ 7 - ປີ 2019.

ໄຂງານມະຫາກຳສາກົນມວຍພື້ນເມືອງ ຫວຽດນາມ ຄັ້ງທີ 7 ປີ 2019 - ảnh 1 ພິທີໄຂງານມະຫາກຳສາກົນມວຍພື້ນເມືອງ ຫວຽດນາມ ຄັ້ງທີ 7 ປີ 2019

ງານມະຫາກຳສາກົນມວຍພື້ນເມືອງ ຫວຽດນາມ ໃນຄັ້ງນີ້ ໄດ້ດຶງດູດຄູຝຶກມວຍ, ນັກ ມວຍຈຳນວນກ່ວາ 1200 ຄົນທີ່ມາຈາກ 15 ປະເທດເຂົ້າຮ່ວມ. ປີນີ້, ຄະນະຈັດຕັ້ງໄດ້ເຊື້ອເຊີນບັນດາຄະນະນັກມວຍປະເພດຕ່າງໆທີ່ມາຈາກ ອິນເດຍ, ອີຕາລີ, ສະວິດ, ເຢຍລະມັນ, ໂອຕາລິດ, ການາດາ ເຂົ້າຮ່ວມຕື່ມອີກ.

        ທ່ານ ຫງວຽນຕ໊ວນແທງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບີ່ງດິ້ງ, ຫົວໜ້າຄະນະຈັດຕັ້ງງານມະຫາກຳໃຫ້ຮູ້ວ່າ: ນອກຈາກການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກມວຍພື້ນເມືອງຂອງປະເທດຊາດ ງານມະຫາກຳຍັງແມ່ນກາລະໂອກາດເພື່ອໃຫ້ແຂວງ ບີ່ງດິ້ງ ແນະນຳ, ໂຄສະນາການທ່ອງທ່ຽວ ແລະ ປະຊາຊົນແຂວງ ບີ່ງດິ້ງ ເຖິງເພື່ອນມິດໃນໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ