(VOVWORLD) - ວັນທີ 1 ມີນາ, ງານມະໂຫລານຮູບເງົາສາກົນ Berlin ຄັ້ງທີ 71 ຖືກໄຂຂຶ້ນຕາມຮູບການອອນລາຍ ຢູ່ນະຄອນຫຼວງ Berlin, ເຢຍລະມັນ.
ຍ້ອນມີຜົນກະທົບຈາກໂລກລະບາດໂຄວິດ - 19, ສະນັ້ນ, ງານມະໂຫລານຮູບເງົາສາກົນ Berlin ປີນີ້ ຖືກດຳເນີນເປັນ 2 ໄລຍະ, ໃນນັ້ນ, ໄລຍະທຳອິດ ຖືກດຳເນີນແຕ່ວັນທີ 1 ຫາວັນທີ 5 ມີນາ. ນີ້ແມ່ນໄລຍະແຂ່ງຂັນຮູບເງົາປະມານ 170 ເລື່ອງ ທີ່ມາຈາກ 59 ປະເທດ ແລະ ເຂດແຄວ້ນ. ສ່ວນໃນໄລຍະທີ 2, ແຕ່ວັນທີ 9 – 20 ມິຖຸນາ ແມ່ນໄລຍະສາຍຮູບເງົາຢູ່ໂຮງຮູບເງົາ ກໍຄືມອບລາງວັນໃຫ້ແກ່ບັນດາຮູບເງົາທີ່ດີເດັ່ນ.