ໄຂງານມະໂຫລານໂທລະພາບທົ່ວປະເທດຄັ້ງທີ 41
(VOVWORLD) - ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໂດ໋ຕ໊ຽນສີ… ໂດຍໄດ້ຈັດຂຶ້ນໃນລະຫວ່າງວັນທີ 15 – 18 ມີນາ, ງານມະໂຫລານມີກ່ວາ 700 ຜົນງານເຂົ້າຮ່ວມການຊິງລາງວັນຢູ່ໃນ 11 ປະເພດ.
ພິທີໄຂຈັດຂຶ້ນຢູ່ແຂວງ ຫາຍຟ່ອງ
|
ຕອນຄ່ຳວັນທີ 15 ມີນາ, ຢູ່ນະຄອນ ຫາຍຟ່ອງ, ໄດ້ໄຂງານມະໂຫລານໂທລະພາບທົ່ວປະເທດຄັ້ງທີ 41. ເຂົ້າຮ່ວມພິທີມີທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ; ທ່ານ ເລງອັກກວາງ, ຜູ້ອຳນວຍການໃຫຍ່ໂທລະພາບ ຫວຽດນາມ, ປະທານງານມະໂຫລານໂທລະພາບທົ່ວປະເທດຄັ້ງທີ 41; ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໂດ໋ຕ໊ຽນສີ… ໂດຍໄດ້ຈັດຂຶ້ນໃນລະຫວ່າງວັນທີ 15 – 18 ມີນາ, ງານມະໂຫລານມີກ່ວາ 700 ຜົນງານເຂົ້າຮ່ວມການຊິງລາງວັນຢູ່ໃນ 11 ປະເພດ.
ຈຸດເດັ່ນພິເສດຂອງງານມະໂຫລານປີນີ້ແມ່ນກອງປະຊຸມສຳມະນາສະເພາະຂະແໜງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງຂອງບັນດາສະຖານີວິທະຍຸ - ໂທລະພາບ ໃນທົ່ວປະເທດ.