ໄຂງານວາງສະແດງການຄ້າ “ຫວຽດນາມ” ຢູ່ມົດສະກູ
ໄຂງານວາງສະແດງການຄ້າ “ຫວຽດນາມ” ຢູ່ມົດສະກູ
(ພາບ: baoquocte.vn)
(vovworld) - ວັນທີ 13/10, ຢູ່ເຂດຂາຍສົ່ງ, ຂາຍຍ່ອຍສະບຽງອາຫານໃຫຍ່ກວ່າໝູ່ຢູ່ປະເທດລັດເຊຍ ທີ່ມີຊື່ວ່າ “Food City” ຢູ່ມົດສະກູ, ໄດ້ດຳເນີນພິທີໄຂງານວາງສະແດງການຄ້າ “ຫວຽດນາມ”. ເຂົ້າຮ່ວມພິທີມີທ່ານ Viktor Kambolov, ປະທານບໍລິຫານສະຫະສະມາຄົມບັນດານັກທຸລະກິດພາກພື້ນເສດຖະກິດອາຊີ - ເອີລົບ ສັງກັດ “ສະຫະສະມາຄົມດຳເນີນທຸລະກິດອາຊີ - ເອີລົບ”, ທ່ານນາງ ບຸຍທິແທງອານ, ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳການຄ້າຫວຽດນາມ, ການນຳ“Food City”…. ງານວາງສະແດງໄດ້ແນະນຳບັນດາຜະລິດຕະພັນກະເສດ ແລະ ເຄື່ອງໃຊ້ສອຍ, ໃນນັ້ນມີຊາຊະນິດຕ່າງໆ, ກາເຟ, ມາກໄມ້ອົບແຫ້ງ…. ນີ້ຈະແມ່ນແຫ່ງໂຄສະນາສິນຄ້າຫວຽດນາມ ທີ່ມີຄຸນນະພາບສູງເຖິງຕະຫຼາດລັດເຊຍ ດ້ວຍພົນລະເມືອງກວ່າ 140 ລ້ານຄົນ.
ເນື່ອງໃນໂອກາດນີ້, ທ່ານ Viktor Kambolov ແລະ ທ່ານນາງ ບຸຍທິແທງອານ ໄດ້ລົງນາມໃນຂໍ້ຕົກລົງສົມທົບກັນປະຕິບັດວຽກງານ. ຂໍ້ຕົກລົງນີ້ຈະແມ່ນໜຶ່ງໃນບັນດາປັດໃຈສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ 2 ປະເທດນຳໃຊ້ທ່າໄດ້ປຽບຂອງສັນຍາການຄ້າເສລີລະຫວ່າງຫວຽດນາມ ກັບ EAEU ໃນໄລຍະຈະມາເຖິງຢ່າງສຸດຂີດ.