(ພາບປະກອບຈາກ vneconomy.vn)
(vovworld) – ໂດຍໄດ້ຮັບການອຸປະຖຳຂອງກະຊວງອຸດສາຫະກຳ ການຄ້າ ແລະ ບັນດາກະຊວງ, ຂະແໜງການກ່ຽວຂ້ອງ, ງານວາງສະແດງສາກົນ ຄັ້ງທີ 13 ກ່ຽວກັບຍານພາຫະນະ ແລະ ອຸດສາຫະກຳສຳຮອງ - Vietnam AutoExpo 2016 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 8/6, ຢູ່ຮ່າໂນ້ຍ. ບັນດາຂົງເຂດຜະລິດຕະພັນໄດ້ນຳມາວາງສະແດງລວມມີບັນດາປະເພດຍານພາຫະນະຄືລົດທ່ອງທ່ຽວ, ລົດຂົນສົ່ງ, ລົດເມ, ລົດຈັກ… ບັນດາຂະແໜງອຸດສາຫະກຳສຳຮອງຄື: ອຸປະກອນຮັບໃຊ້ການປຸງແຕ່ງ, ຜະລິດ ແລະ ປະກອບລົດໂອໂຕ, ລົດຈັກ, ລົດຖີບ ແລະ ເຄື່ອນອາໄຫຼ່ຕ່າງໆ. ນອກຈາກການມີໜ້າຂອງບັນດາຫົວໜ່ວຍຜະລິດດຳເນີນທຸລະກິດພາຍໃນປະເທດແລ້ວ, ງານວາງສະແດງຄັ້ງນີ້ຍັງມີບ່ອນວາງສະແດງສະເພາະຂອງບັນດາວິສາຫະກິດທີ່ມາຈາກປະເທດໄທ, ສ. ເກົາຫຼີ, ຈີນ, ຍີ່ປຸ່ນອີກດ້ວຍ…