ໄຂງານວາງສະແດງມໍລະດົກວັດທະນະທຳ ຂັບແທນ
ຂອງຊົນເຜົ່າ ໄຕ, ນູ່ງ, ຜູ່ໄທຢູ່ ຫວຽດນາມ
(ພາບ:tuyenquang.gov.vn)
(vovworld) – ຕອນບ່າຍວັນທີ 24/9, ຢູ່ສູນກອງປະຊຸມແຂວງ ຕວຽນກວາງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວສົມທົບກັບແຂວງ ຕວຽນກວາງ ຈັດຕັ້ງພິທີໄຂງານວາງສະແດງ “ມໍລະດົກວັດທະນະທຳຂັບແທນບັນດາເຜົ່າ ໄຕ, ນູ່ງ, ຜູ່ໄທ ຫວຽດນາມ” ປີ 2015. ງານວາງສະແດງ ແນະນຳບັນດາວັດຖຸພັນ, ຮູບແຕ້ມ, ຮູບຖ່າຍຂອງຫໍພິພິທະພັນວັດທະນະທຳບັນດາເຜົ່າ ຫວຽດນາມ ແລະ ແຂວງ ຕວຽນກວາງ, ບັກຢາງ, ບັກກ້ານ…ສ່ອງແສງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໄຕ, ນູ່ງ, ຜູ່ໄທ, ພິເສດແມ່ນສິລະປະຂັບແທນ ແລະ ພິນຕິ໋ງ. ບັນດາຮູບພາບ, ວັດຖຸພັນທີ່ວາງສະແດງໄດ້ປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍຄຸ້ນຄ່າວັດທະນະທຳຂັບແທນ. ພ້ອມທັງ, ສ້າງຄັງເອກະສານອັນລ້ຳຄ່າ, ສະໜອງເອກະສານວິທະຍາສາດສຳຄັນ ຮັບໃຊ້ໃຫ້ວຽກງານສ້າງສຳເນົາວິທະຍາສາດຍືນຕໍ່ UNESCO ຮັບຮອງເອົາຂັບແທນແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ…