ໄຂງານວາງສະແດງວັດຖຸບູຮານຄະດີຂອງຫວຽດນາມ ຢູ່ ເຢຍລະມັນ
ວັດຖຸບູຮານຄະດີຂອງຫວຽດນາມວາງສະແດງຢູ່ ເຢຍລະມັນ
ພາບ:thoidai.com
|
(vovworld)- ງານວາງສະແດງວັດຖຸບູຮານຄະດີຂອງຫວຽດນາມ ຖືກຈັດຂຶ້ນທີ່ ຫໍພິພິທະພັນບູຮານຄະດີ ຢູ່ ນະຄອນ Herne ລັດ Nordrhein Westfalen- ເຢຍລະມັນ ໂດຍມີການເຂົ້າຮ່ວມຂອງແຂກຖືກເຊີນ ແລະ ຜູ້ຊົມກວ່າ 700 ຄົນ. ງານວາງສະແດງດັ່ງກ່າວໄດ້ຮັບການສະຫນັບສະຫນູນຈາກລັດຖະບານສອງປະເທດ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ດວານຊວນຮືງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ ແລະ ທ່ານນາງ ດັ້ງທິບິກລຽນ ຮອງລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ເນັ້ນຫນັກຄວາມໝາຍສຳຄັນຂອງງານວາງສະແດງ ຊື່ງໄດ້ຈັດຂຶ້ນໃນປີ ສອງປະເທດ ຫວຽດນາມ ແລະ ເຢຍລະມັນ ສະເຫລີມສະຫລອງ 5 ປີແຫ່ງວັນສ້າງການພົວພັນຄູ່ຮ່ວມມືຍຸດທະສາດ. ງານວາງສະແດງໄດ້ແນະນຳໃຫ້ເພື່ອນມິດ ເຢຍລະມັນ ແລະ ສາກົນ ຮູ້ຈັກເຖິງບັນດາວັດຖຸບູຮານມີມານັບພັນປີຂອງຫວຽດນາມ, ຊ່ວຍໃຫ້ເຂົາເຈົ້າມີຄວາມເຂົ້າໃຈຕື່ມອີກກ່ຽວກັບມູນເຊື້ອສະຫງ່າອົງອາດ ແລະ ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຫວຽດນາມ, ຜ່ານນັ້ນ ເພີ່ມທະວີຄວາມສະຫນິດຕິດພັນ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດ.