(vovworld) – ເພື່ອເປັນການສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ (20/10/1930-20/10/2015) , ສະຫະພັນແມ່ຍິງຫວຽດນາມໄດ້ໄຂງານວາງສະແດງ” ແມ່ຍິງ ແລະ ຫົວຄິດປະດິດສ້າງ ປີ 2015 ” ເຊິ່ງດຳເນີນໄປໃນຕອນຄໍ່າວັນທີ 16/10 ຢູ່ຫໍພິພິດທະພັນແມ່ຍິງຫວຽດນາມ. ງານວາງສະແດງໄດ້ແນະນຳ 90 ຜະລິດຕະພັນທີ່ມີຫົວຄິດປະດິດສ້າງ, ໃນນັ້ນມີ 7 ຜະລິດຕະພັນ ໄດ້ຮັບລາງວັນປີ 2013 ແລະ 4 ຜະລິດຕະພັນໄດ້ຮັບລາງວັນ “ ວັນຫົວຄິດປະດິດສ້າງ ສ. ເກົາຫຼີ ປີ 2015 “. ບັນດາຜະລິດຕະພັນທີ່ມີຫົວຄິດປະດິດສ້າງເຫຼົ່ານັ້ນ ລ້ວນແຕ່ໄດ້ສ່ອງແສງຕາມ
ບັນດາຫົວເລື່ອງດ້ານເສດຖະກິດ, ການສຶກສາ-ບໍາລຸງສ້າງ, ວິທະຍາສາດ-ເຕັກໂນໂລຊີ ແລະ ວັນນະຄະດີ-ສິລະປະ, ສັງຄົມ, ດ້ວຍຫຼາຍຮູບການຜະລິດວັດຖຸພັນເປັນຫຼາຍຮູບຫຼາຍແບບ, ອຸດົມສົມບູນ. ງານວາງສະແດງຈະດຳເນີນໄປຮອດວັນທີ 30/10. ເນື່ອງໃນໂອກາດນີ້ ສູນກາງສະຫະພັນແມ່ຍິງຫວຽດນາມໄດ້ມອບໃບຍ້ອງຍໍໃຫ້ 31 ສ່ວນບຸກຄົນ ແລະ ໝູ່ຄະນະທີ່ມີຜະລິດຕະພັນມີຫົວຄິດປະດິດສ້າງດີເດັ່ນ.