ໄຂງານ Festival ອິນເດຍ ຢູ່ຫວຽດນາມ
ງານ Festival ອິນເດຍ ຢູ່ຫວຽດນາມ
(ພາບ: TTXVN)
(vovworld) - ງານ Festival ອິນເດຍ ໂດຍສະຖານທູດອິນເດຍ ປະຈຳຫວຽດນາມ, ກະຊວງວັດທະນະທຳອິນເດຍ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຈັດຂຶ້ນໃນຕອນຄໍ່າວັນທີ 05/03, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເວືອງຢີບຽນ ເນັ້ນໜັກວ່າ: ງານ Festival ອິນເດຍ ຢູ່ຫວຽດນາມ ແມ່ນການພິສຸດໃຫ້ເຫັນກ່ຽວກັບການພົວພັນຮ່ວມມືມິດຕະພາບ, ຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອິນເດຍ. ທ່ານຮອງລັດຖະມົນຕີກະຊວງວັດທະນະທຳອິນເດຍ Ravindra Singh ກໍ່ຢືນຢັນວ່າ ຍາມໃດອິນເດຍ ກໍ່ຖືຫວຽດນາມ ເປັນເສົ້າຄ້ຳທີ່ຂາດບໍ່ໄດ້ໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ, ໃນຂອບເຂດອາຊຽນ ແລະ ບັນດາກົນໄກອື່ນໆ. ສ່ວນທ່ານນາງເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ Preeti Saran ເຊື່ອໝັ້ນວ່າ, ຜ່ານລາຍການ, ຜູ້ຊົມຫວຽດນາມ ມີໂອກາດຮັບຊົມບັນດາລານການສິລະປະພິເສດ ທີ່ຕາງໜ້າໃຫ້ຫຼາຍເຂດແຄ້ວນຂອງອິນເດຍ; ໃນນັ້ນມີບັນດາບົດເພງ, ວາດຟ້ອນເຊິ່ງໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດຈາກ UNESCO.
ງານ Festival ອິນເດຍ ຮັບການຈັດຕັ້ງຢູ່ 3 ນະຄອນໃຫຍ່ຄື ຮ່າໂນ້ຍ, ດ່ານັ້ງ ແລະ ນະຄອນໂຮ່ຈິມິນ. ງານ Festival ອິນເດຍ ຈະສິ້ນສຸດລົງໃນວັນທີ 15/03.