ການສະແດງສິລະປະໃນລາຍການ
(ພາບ: vietnamnet.vn)
(vovworld) – ຕອນຄ່ຳວັນທີ 28/7, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳລາຊະອານາຈັກ ໄທ, ສະຖານທູດ ໄທ ປະຈຳ ຫວຽດນາມ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄຂຊຸມວັນວັດທະນະທຳ ໄທ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ໄທ (6/8/1976 – 6/8/2016). ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ໄທ ປະຈຳ ຫວຽດນາມ ມະບົນໃຈ ວົງພັກດີ ເນັ້ນໜັກວ່າ: ໃນ 40 ປີຜ່ານມາ, ການພົວພັນ ຫວຽດນາມ - ໄທ ໄດ້ເພີ່ມທະວີຢ່າງບໍ່ຢຸດຢັ້ງ, ແມ່ນຄູ່ຮ່ວມມືຍຸດທະສາດໃນຫຼາຍຂົງເຂດຄື: ຮ່ວມມືການປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ແຮງງານ ແລະ ຫຼາຍຂົງເຂດອື່ນໆອີກ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 28/7, ຢູ່ ຮ່າໂນ້ຍ, ກະຊວງວັດທະນະທຳລາຊະອານາຈັກ ໄທ, ສະຖານທູດ ໄທ ປະຈຳ ຫວຽດນາມ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄຂງານວາງສະແດງ “ວັດທະນະທຳ ແລະ ສິລະປະ ໄທ”. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ທ່ອງທ່ຽວ ຫວຽດນາມ ຮ່ິວງຫວີງອ໋າຍ, ໃຫ້ຮູ້ວ່າ:
“ໃນຂອບເຂດຊຸມວັນວັດທະນະທຳ ໄທ ປະຈຳ ຫວຽດນາມ, ຜູ້ຊົມ ຫວຽດນາມ ບໍ່ພຽງແຕ່ໄດ້ຮັບຊົມລາຍການສິລະປະຂອງຄະນະສິລະປະລາຊະອານາຈັກ ໄທ ທີ່ສະແດງຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ ແລະ ແຂວງ ກວາງນີງ ເທົ່ານັ້ນ ຫາກບັນດາຜູ້ຊົມ ຫວຽດນາມ ຍັງໄດ້ສຳພັດກັບວັດທະນະທຳ ໄທ ຜ່ານງານວາງສະແດງວັດທະນະທຳ ແລະ ສິລະປະໄທອີກດ້ວຍ. ຜ່ານນັ້ນ, ຜູ້ຊົມສາມາດຮັບຮູ້ໄດ້ວັດທະນະທຳທີ່ມີຫຼາຍຮູບຫຼາຍ, ມີຫົວຄິດປະດິດສ້າງຜ່ານບັນດາປະເພດສິລະປະທີ່ເປັນເອກະລັກສະເພາະຂອງໄທ ຄືເຄື່ອງຫັດຖະກຳ, ແກະຄວັດສະຫຼັກ, ອາຫານການກິນ.”
ງານວາງສະແດງໄດ້ດຳເນີນໄປຮອດວັນທີ 1/8.