ໄຂບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳຍີ່ປຸ່ນຢູ່ຮ່າໂນ້ຍ

ໄຂບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳຍີ່ປຸ່ນຢູ່ຮ່າໂນ້ຍ - ảnh 1
ການສະແດງສິລະປະຂອງນັກສິລະປິນ ຍີ່ປຸ່ນ ທີ່ພິທີໄຂ
(ພາບ:dangcongsan.vn)

(vovworld) – ຕອນຄຳ່ວັນທີ 19/3, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີໄຂບັນດາການເຄື່ອນໄຫວພົວພັນ ແລກປ່ຽນວັດທະນະທຳ ຍີ່ປຸ່ນ ແລະ ຮັບເອົາຕົ້ນສະກຸຣະ 200 ຕົ້ນໂດຍ ຍີ່ປຸ່ນ ມອບໃຫ້ນະຄອນຫຼວງ ຮ່າໂນ້ຍ. ເຂົ້າຮ່ວມພິທີມີທ່ານນາງ ຫງວຽນທິກິມເງິນ, ຮອງປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ Hayashi Motoo, ລັດຖະມົນຕີວ່າການກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ເນັ້ນໜັກວ່າ:

   “ອຳນາດການປົກຄອງ ແລະ ນະຄອນ ຮ່າໂນ້ຍ ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ ແລະ ແລກປ່ຽນວັດທະນະທຳລະຫວ່າງ ນະຄອນ ຮ່າໂນ້ຍ ແລະ ຍີ່ປຸ່ນ ຢ່າງແຮງ. ພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະດວກ ທີ່ສຸດໃຫ້ບັນດານັກລົງທຶນ ຍີ່ປຸ່ນ ດຳເນີນທຸລະກິດ, ທຳມາຫາກິນ ຢ່າງຍາວນານຢູ່ ນະຄອນຫຼວງ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ: ບັນດາການເຄຶ່ອນໄຫວພົວພັນແລກປ່ຽນ ວັດທະນະທຳ ຍີ່ປຸ່ນ ແລະ ລາຍການຮ່ວມມືດ້ານເສດຖະກິດ, ການລົງທຶນ, ໃນຂົງເຂດທ່ອງທ່ຽວປີ 2016 ຈະບັນລຸຜົນສຳເລັດຢ່າງຈົບງາມ ພ້ອມທັງກາຍເປັນການເຄື່ອນໄຫວປະຈຳປີ ເພື່ອແນໃສ່ ເປັນຂົວເຊື່ອມຕໍ່ນຳ້ໃຈມິດຕະພາບ, ການພົວພັນຮ່ວມມືອັນດີງາມລະຫວ່າງນະຄອນ ຮ່າໂນ້ຍ ເວົ້າສະເພາະ, ຫວຽດນາມ ເວົ້າລວມ ກັບປະເທດ ແລະ ປະຊາຊົນ ຍີ່ປຸ່ນ.”

 ການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ ຍີ່ປຸ່ນ ຈະດຳເນີນຮອດວັນທີ 20/3, ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ, ມີຊີວິດຊີວາຫຼາຍຢ່າງ.


ຂ່າວ/ບົດ​ອື່ນ