ໄຂວັນ​ບຸນ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ ຄັ້ງ​ທີ 16 - ປີ 2020

(VOVWORLD) -ຕອນຄ່ຳວັນທີ 16 ກໍລະກົດ, ພະແນກການທ່ອງທ່ຽວ ແລະ ສະຫະສະມາຄົມການທ່ອງທ່ຽວນະຄອນໂຮ່ຈີມິນ ໄດ້ສົມທົບກັນຈັດຕັ້ງ ພິທີໄຂວັນບຸນການທ່ອງທ່ຽວນະຄອນໂຮ່ຈີມິນ ຄັ້ງທີ 16 - ປີ 2020 ຢູ່ສວນສາທາລະນະ ເລວັນຕ໊າມ, ເມືອງ 1.
ໄຂວັນ​ບຸນ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ ຄັ້ງ​ທີ 16 - ປີ 2020 - ảnh 1ພິທີໄຂວັນບຸນການທ່ອງທ່ຽວນະຄອນໂຮ່ຈີມິນ ຄັ້ງທີ 16 - ປີ 2020 (ພາບ:  baotintuc.vn

ດ້ວຍຫົວຂໍ້ “ໄຊງ່ອນ - ນະຄອນໂຮ່ຈີມິນ ເຂົ້າຮ່ວມພຶດຕິກຳຕົວຈິງຢ່າງມີຊີວິດຊີວາ”. ວັນບຸນປີນີ້ໄດ້ຈັດຕັ້ງຂຶ້ນໂດຍມີການສົມທົບໃສ່ກັບງານມະໂຫລານ ອາຫານການກິນຂອງບັນດາປະເທດ ເຊິ່ງຈະດຳເນີນໄປຮອດວັນທີ 19 ກໍລະກົດ. ນີ້ແມ່ນເຫດການທ່ອງທ່ຽວທີ່ມີການເຂົ້າຮ່ວມຂອງຮ້ານວາງສະແດງຂາຍສິນຄ້າກ່ວາ 230 ຮ້ານຂອງ 26 ຫົວໜ່ວຍທີ່ມາຈາກ 50 ແຂວງ, ນະຄອນໃນທົ່ວປະເທດ.

        ສືບຕໍ່ລາຍການກະຕຸ້ນການທ່ອງທ່ຽວພາຍໃນປະເທດ, ວັນບຸນການທ່ອງທ່ຽວນະຄອນໂຮ່ຈີມິນຄັ້ງທີ 16 - ປີ 2020 ແມ່ນເຫດການສຳຄັນ, ເພື່ອແນໃສ່ເປົ້າໝາຍຍູ້ແຮງການກະຕຸ້ນການທ່ອງທ່ຽວພາຍໃນປະເທດ, ພ້ອມທັງແມ່ນບ່ອນສ້າງເງື່ອນໄຂໃຫ້ແກ່ວິສາຫະກິດທ່ອງທ່ຽວ, ບໍລິສັດທ່ອງທ່ຽວຟື້ນຟູຕະຫຼາດ, ສຳຜັດກັບລູກຄ້າ ແລະ ນຳເອົາກາລະໂອກາດຄົ້ນຫາບັນດາທັດສະນີຍະພາບ ທົ່ວທຸກແຖບຖິ່ນໃນທົ່ວປະເທດມາໃຫ້ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ