ໄຂວາລະປະຊຸມຄັ້ງທີ 6 ຂອງຄະນະປະຈຳສະພາແຫ່ງຊາດ
ທ່ານປະທານສະພາແຫ່ງຊາດ
ຫວຽນຊິງຮຸ່ງ ເຂົ້າຮ່ວມວາລະປະຊຸມຄັ້ງທີ 6
|
( vovworld ) - ວັນທີ 19/3, ວາລະປະຊຸມຄັ້ງທີ 6 ຂອງຄະນະປະຈຳສະພາແຫ່ງຊາດໄດ້ໄຂຂຶ້ນ ແລະ ແກ່ຍາວຮອດວັນທີ 28/3. ໃນວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະສະຫງວນເວລາມື້ໜື່ງເພື່ອຮັບຟັງ ແລະ ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ເປັນພື້ນຖານເຊິ່ງຄາດວ່າຈະປັບປຸງ, ເພີ່ມເຕີມລັດຖະທຳມະນູນປີ 1992. ວາລະປະຊຸມຄັ້ງນີ້ກໍຈະດຳເນີນການຊັກຖາມລັດຖະມົນຕີກະຊວງສາທາລະນະສຸກ ແລະ ລັດຖະມົນຕີກະຊວງພາຍໃນກ່ຽວກັບບັນດາບັນຫາຄື; ຮັບປະກັນແຫຼ່ງກຳລັງຕອບສະໜອງຄວາມຕ້ອງການປ້ອງກັນ ແລະ ປິ່ນປົວພະຍາດໃຫ້ແກ່ປະຊາຊົນ, ດັດປັບຄ່າປິ່ນປົວພະຍາດ, ລະບອບ, ນະໂຍບາຍສຳລັບພະນັກງານເຄິ່ງອາຊີບຂັ້ນຕາແສງ, ຂັ້ນບ້ານ, ວິທີການຍົກສູງຄຸນນະພາບກົງຈັກອຳນາດການປົກຄອງຂັ້ນຮາກຖານ. ນອກຈາກນັ້ນ, ຄະນະປະຈຳສະພາແຫ່ງຊາດກໍພິຈາລະຈາໃຫ້ຄຳຄິດຄຳເຫັນໃສ່ຮ່າງກົດໝາຍຈຳນວນໜື່ງຄື, ກົດໝາຍສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການຄຸ້ມຄອງອາກອນ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຟອກເງິນ, ກົດໝາຍວ່າດ້ວຍການສຶກສາມະຫາວິທະຍາໄລ…