(vovworld) – ຕອນເຊົ້າວັນທີ 22/9, ຢູ່ຮ່າໂນ້ຍ ໄດ້ໄຂວາລະປະຊຸມຄັ້ງທີ 31 ຂອງຄະນະປະຈຳສະພາແຫ່ງຊາດ, ເພື່ອກະກຽມເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ 13, ຊິ່ງຄາດວ່າຈະຈັດຂຶ້ນໃນທ້າຍເດືອນ 10 ຈະມາເຖິງ. ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຊີ້ແຈ້ງວ່າ, ທີ່ວາລະປະຊຸມ, ຈັດຂຶ້ນແຕ່ວັນທີ 22/9 ຮອດວັນທີ 2/10, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນເຂົ້າຮ່າງກົດໝາຍ 15 ສະບັບ, ໃນນັ້ນມີຮ່າງກົດໝາຍສຳຄັນຫຼາຍສະບັບຄື: ຮ່າງກົດໝາຍວ່າດ້ວຍພົນລະເມືອງ (ສະບັບປັບປຸງ), ກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ຜູ້ແທນສະພາປະຊາຊົນ, ກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖີ່ນ… ຄະນະປະຈຳສະພາແຫ່ງຊາດ ກໍ່ຈະປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ ແລະ ລະເມີດກົດໝາຍ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2014, ກ່ຽວກັບການປະກາດໃຊ້ມະຕິຂອງສະພາແຫ່ງຊາດກ່ຽວກັບການປ່ຽນໃໝ່ຫຼັກສູດ, ປື້ມຕຳລາຮຽນສາມັນ. ສຳລັບການເຄື່ອນໄຫວຕິດຕາມກວດກາ, ຄະນະປະຈຳສະພາແຫ່ງຊາດ ຈະປຶກສາຫາລື ກ່ຽວກັບບົດລາຍງານເພີ່ມເຕີມຂອງລັດຖະບານກ່ຽວກັບການປະຕິບັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ໃນຂົງເຂດການລົງທຶນຂອງລັດ, ລັດວິສາຫະກິດ ແລະ ລະບົບທະນາຄານ. ຄະນະປະຈຳສະພາແຫ່ງຊາດຈະສະຫງວນເວລາ 1 ວັນເພື່ອດຳເນີນການຊັກຖາມລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ຜູ້ວ່າການທະນາຄານແຫ່ງລັດ ກ່ຽວກັບບັນດາບັນຫາຂຶ້ນກັບການຄຸ້ມຄອງຂອງ 2 ອົງການນີ້.
ໃນຕອນເຊົ້າ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍພົນລະເມືອງ (ສະບັບປັບປຸງ). ເມື່ອປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍພົນລະເມືອງ (ສະບັບປັບປຸງ), ບັນດາຜູ້ແທນໄດ້ເຫັນດີຕໍ່ເລື່ອງຕ້ອງປັບປຸງໂດຍພື້ນຖານ, ຮອບດ້ານ. ຄຳເຫັນ ສ່ວນຫຼາຍຖືວ່ານີ້ແມ່ນກົດໝາຍສຳຄັນທີ່ສຸດ, ກະທົບເຖິງບັນດາການພົວພັນ ພື້ນຖານຂອງສັງຄົມ, ສົ່ງຜົນສະທ້ອນໂດຍກົງເຖິງທຸກການເຄື່ອນໄຫວ ແລະ ຊີວິດຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ຄອບຄົວ. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງໃສ່ໃຈວ່າ:
“ຄຳຮຽກຮ້ອງຂອງກົດໝາຍຄັ້ງນີ້ແມ່ນ ລັດຖະທຳມະນູນໄດ້ກຳນົດແຕ່ໃນກົດໝາຍສະບັບເກົ່າຍັງບໍ່ທັນກຳນົດຈະແຈ້ງ, ໃນຄັ້ງນີ້ຕ້ອງກຳນົດຄື: ສິດກຳມະສິດ, ສິດປະຊາທິປະໄຕໃນການຫາເງິນລ້ຽງຊີບ, ດຳເນີນທຸລະກິດໂດຍເສລີ, ບົດບາດຂອງສານດ້ວຍຖານະແມ່ນອົງການຕຸລາການ“./.