ໄຂສັບປະດາຊຸກຍູ້ການຫັນເປັນດີຈີຕອນ ພັດທະນາເສດຖະກິດເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ ຫວຽດນາມ ປີ 2022
(VOVWORLD) -ສັບປະດາດັ່ງກ່າວ ດຳເນີນແຕ່ວັນທີ 7 – 9 ກໍລະກົດ, ແມ່ນໂອກາດເພື່ອໃຫ້ບັນດາອົງການແຫ່ງລັດ, ວິສາຫະກິດ, ປະຊາຊົນແຂວງ ເຮົ້າຢາງ ສຶກສາຊອກຮູ້, ແລກປ່ຽນປະສົບການຜັນຂະຫຍາຍການຫັນເປັນດີຈີຕອນ ຈາກບັນດາແຂວງ, ນະຄອນອື່ນ.
ພິທີໄຂສັບປະດາຊຸກຍູ້ການຫັນເປັນດີຈີຕອນ (ພາບ: TTXVN) |
ວັນທີ 7 ກໍລະກົດ, ຢູ່ນະຄອນ ວິແທັ່ງ, ແຂວງ ເຮົ່າຢາງ ໄດ້ດຳເນີນສັບປະດາຊຸກຍູ້ການຫັນເປັນດີຈີຕອນພັດທະນາເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປີ 2022, ດ້ວຍການເຂົ້າຮ່ວມຂອງ 32 ແຂວງ, ນະຄອນ ແລະ ວິສາຫະກິດ, ສະມາຄົມ, ສະຫະສະມາຄົມກວ່າ 200 ແຫ່ງ. ສັບປະດາດັ່ງກ່າວ ດຳເນີນແຕ່ວັນທີ 7 – 9 ກໍລະກົດ, ແມ່ນໂອກາດເພື່ອໃຫ້ບັນດາອົງການແຫ່ງລັດ, ວິສາຫະກິດ, ປະຊາຊົນແຂວງ ເຮົ້າຢາງ ສຶກສາຊອກຮູ້, ແລກປ່ຽນປະສົບການຜັນຂະຫຍາຍການຫັນເປັນດີຈີຕອນ ຈາກບັນດາແຂວງ, ນະຄອນອື່ນ. ກ່າວຄຳເຫັນນະທີ່ນີ້, ທ່ານ ດົ່ງວັນແທັງ, ປະທານຄະນະກຳມະການປະຊາຊົນ ແຂວງ ເຮົ້າຢາງ, ໃຫ້ຮູ້ວ່າ: ສັບປະດາຊຸກຍູ້ການຫັນເປັນດີຈີຕອນ ພັດທະນາເສດຖະກິດເຂດ - ເຮົ້າຢາງປີ 2022 ຈະເປີດໂອກາດຮ່ວມມືລົງທຶນກັບບັນດາອົງການຈັດຕັ້ງ, ພ້ອມທັງແມ່ນຄຳຮຽກເຊີນຄວາມຕ້ອງການລົງທຶນ, ນັ້ນແມ່ນອຸດສາຫະກຳ, ກະສິກຳ, ຕົວເມືອງ ແລະ ທ່ອງທ່ຽວ.