ໄຂສັບປະດາວັດທະນະທຳທ່ອງທ່ຽວແຫ່ງຊາດ 2015 - ແທງຮ່ວາ

ໄຂສັບປະດາວັດທະນະທຳທ່ອງທ່ຽວແຫ່ງຊາດ 2015 - ແທງຮ່ວາ - ảnh 1
ພິທີໄຂ​ສັບປະດາ​ວັດທະນະທຳ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 - ​ແທງ​ຮ່ວາ​
(ພາບ: danviet.vn)


(vovworld) - ພິທີໄຂ​ສັບປະດາ​ວັດທະນະທຳ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 - ​ແທງ​ຮ່ວາ​ໄດ້​ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 3/4 , ຢູ່​ນະຄອນ​ແທງ​ຮ່ວາ, ​ແຂວງ​ແທງ​ຮ໋ວາ, ດ້ວຍ​ກົວ​ຂໍ້​ວ່າ: “​ເຊື່ອມ​ຕໍ່​ບັນດາ​ມໍລະດົກ​ໂລກ“. ​ເຫດການ​ໂດຍ​ກະຊວງ​ວັດທະນະທຳ ກິລາ ​ແລະ​ທ່ອງ​ທ່ຽວ, ສົມທົບ​ກັບ​ແຂວງ​ແທງ​ຮ່ວາ​ຈັດ​ຕັ້ງ. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ແຂວງ​ແທງ​ຮ່ວາ​ທີ່​ໄດ້​ພ້ອມ​ກັບ​ກະຊວງ​ວັດທະນະທຳ, ກິລາ ​ແລະ​ທ່ອງ​ທ່ຽວ ປະ​ກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ພັດທະນາ​ວັດທະນະທຳທ່ອງ​ທ່ຽວ, ກໍ່​ຄື​ຈັດ​ຕັ້ງ​ເຫດການ​ທີ່​ມີ​ຄວາມ​ໝາຍ​ນີ້. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ:

        “ຊາວ​ແທງ​ຮ່ວາກໍ່​ຄືຊາວຫວຽດນາມແຕ່ລະຄົນ, ຕ່າງ​ກໍ່​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ມູນ​ເຊື້ອ​ສ້າງສາ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພື້ນຖານວັດທະນະທຳ​ຂອງຊາດ, ຂອງ​ບ້ານ​ເກີດ​ເມືອງ​ນອນ, ຈາກ​ນັ້ນ​ມີ​ຄວາມ​ຕັດສິນ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ເພື່ອ​ພ້ອມ​ກັນ​ປະກອບສ່ວນ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ຮັ່ງມີ​ເຂັ້ມ​ແຂງ, ​ເພື່ອ​ໃຫ້​ພື້ນຖານ​ອະລິຍະທຳ​ຫວຽດນາມຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ“.

        ຜ່ານ​ເຫດການ​ຂອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ​ເພື່ອ​ສ້າງ​ບັນດາ​ຜະລິດ​ຕະພັນທ່ອງ​ທ່ຽວ​ທີ່​ມີ​ລັກສະນະ​ຮ່ວມ​ສຳພັນ, ​ເປັນ​ເອກະລັກ​ສະ​ເພາະ, ສ້າງ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ພິ​ເສດ​ແມ່ນ​ນັກ​ທ່ອງ​ທ່ຽວ​ສາກົນ, ປະກອບສ່ວນ​ດຶງ​ດູດ​ການ​ລົງທຶນ, ຂຸດ​ຄົ້ນ​ແຫຼ່ງກຳລັງ​ທຳ​ມະ​ຊາດ, ສັງຄົມ​ໃຫ້​ແກ່​ການ​ພັດທະນາ​ການທ່ອງທ່ຽວ…​ເພື່ອ​ຢືນຢັນ​ວ່າ​ແທງ​ຮ່ວາ​ ແມ່ນ​ໜຶ່ງ​ໃນ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຈຸດ​ສຸມ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ