ໄຂສັບປະດາວັດທະນະທຳລາວຢູ່ຫວຽດນາມ

ໄຂສັບປະດາວັດທະນະທຳລາວຢູ່ຫວຽດນາມ - ảnh 1
(ພາບ​ປະ​ກອບ​ຈາກ Dương Giang/TTXVN)

(vovworld) – ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ລາວ ຢູ່ ຫວຽດ​ນາມ ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 2/12, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 39 ປີ​ແຫ່ງວັນ​ສະ​ຖາ​ປະ​ນາ​ປະ​ເທດ ສ​ປ​ປ ລາວ (2/12/1975 – 2/12/2014). ທີ່​ພິ​ທີ​ໄຂ, ໄດ້​ສະ​ແດງບັນ​ດາ​ລາຍ​ການ​ຮ້ອງ​ລຳ​ທຳ​ເພງ​​​ພື້ນ​ເມືອງ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ລາວ​, ໃນ​ນັ້ນ​ມີຫຼາຍ​ບົດ​ເພງ​ຍ້ອງ​ຍໍ​ຊົມ​ເຊີຍ​ຄວາມ​ຮັກ​ຕໍ່​ປະ​ເທດ​ ລາວ, ຍ້ອງຍ​ໍ​ຊົມ​ເຊີຍ​ນ້ຳ​ໃຈ​ມິດ​ຕະ​ພາບ, ການ​ພົວ​ພັນ​ສະ​ໜິດ​ແໜ້ນ, ສາ​ມັກ​ຄີ​ແບບ​ພິ​ເສ​ດ​ລະ​ຫວ່າງ ຫວຽດ​ນາມ - ລາວ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ບົວ​ເງິນ ຊາ​ພູ​ວົງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ລາວ ຫວັງ​ວ່າ: 2 ປະ​ເທດ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ສາ​ມັກ​ຄີ​ມິ​ດ​ຕະ​ພາບ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ລາວ ແລະ ຫວຽດ​ນາມ. ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ຮິ່ງ​ຫວີງ​ອ໋າຍ ຢືນ​ຢັນ​ວ່າ: ເລື່ອງ​ຈັດ​ຕັ້ງ “ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ລາວ ຢູ່ ຫວຽດ​ນາມ” ແມ່ນ​ກາ​ລະ​ໂອ​ກາດ ເພື່ອ​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ເທດ, ວັດ​ທະ​ນະ​ທຳ​ລາວ ຍິ່ງກ່​ວາ​ອີກ, ປະ​ກອບ​ສ່ວນ​ປັບ​ປຸງ, ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ.

        ພາຍຫຼັງ​ພິ​ທີ​ໄຂ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ສັບ​ປະ​ດາ ວັດ​ທະ​ນະ​ທຳ​ລາວ ຢູ່ ຫວຽດ​ນາມ ຈະ​ສືບ​ຕໍ່​ໄດ້​ດຳ​ເນີນ​ໄປ​ຢູ່​ແຂວງ ເຫົ້າ​ຢາງ ແລະ ແຂວງ ຫວີງ​ລອງ​ຮອດ​ວັນ​ທີ 7/12/2014 ຈຶ່​ງ​ຈະ​ອັດ​ລົງ.

 

 


ຂ່າວ/ບົດ​ອື່ນ