ໄຂສັບປະດາເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກຄັ້ງທີ 29

(VOVWORLD) -ເຫດການສຳຄັນທີ່ສຸດແມ່ນກອງປະຊຸມການນຳບັນດາພື້ນຖານເສດຖະກິດ APEC ຈະດຳເນີນໃນວັນທີ 18 ພະຈິກ, ດ້ວຍການເຂົ້າຮ່ວມຂອງການນຳ ແລະ ຜູ້ຕາງໜ້າຂອງ 21 ພື້ນຖານເສດຖະກິດ
ໄຂສັບປະດາເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກຄັ້ງທີ 29 - ảnh 1(ພາບປະກອບ: AFP/TTXVN)

        ສັບປະດາເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 29 ໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ ແຕ່ວັນທີ 14 ຮອດວັນທີ 19 ພະຈິກ 2022.

        ໃນ 3 ມື້ທຳອິດຂອງສັບປະດາ (ແຕ່ວັນທີ 14-16 ພະຈິກ), ຈະດຳເນີນກອງປະຊຸມຂອງບັນດາເຈົ້າໜ້າທີ່ອາວຸໂສ (SOM) ປຶກສາຫາລືກ່ຽວກັບ “ບັນດາເປົ້າໝາຍ ບາງກອກ” ກ່ຽວກັບຮູບແບບເສດຖະກິດ ຊີວະສາດ - ໝູນວຽນ- ສີຂຽວ (BCG) ຂອງປະເທດເຈົ້າພາບ ໄທ. ໃນມື້ເຮັດວຽກທີ 4 (ວັນທີ 17 ພະຈິກ) ຈະດຳເນີນກອງປະຊຸມຂັ້ນລັດຖະມົນຕີ, ປຶກສາຫາລືຫຼາຍຫົວຂໍ້, ຈາການເຕີບໂຕດຸນດ່ຽງ, ກວມລວມ ແລະ ຍືນຍົງ ຕະຫຼອດຮອດ ການລົງທຶນ, ການຄ້າເປີດ ແລະ ຍືນຍົງ.

        ເຫດການສຳຄັນທີ່ສຸດແມ່ນກອງປະຊຸມການນຳບັນດາພື້ນຖານເສດຖະກິດ APEC ຈະດຳເນີນໃນວັນທີ 18 ພະຈິກ, ດ້ວຍການເຂົ້າຮ່ວມຂອງການນຳ ແລະ ຜູ້ຕາງໜ້າຂອງ 21 ພື້ນຖານເສດຖະກິດ ພ້ອມກັບແຂກພິເສດຂອງລັດຖະບານ ໄທ ລວມມີ: ນາກລັດຖະມົນຕີ ກຳປູເຈຍ, ປະທານາທິບໍດີ ຝລັ່ງ ແລະ ອົງມົງກຸດລາຊະກຸມມານຂຶ້ນຄອງລາຊາສົມບັດ ຊະອຸດີ ອາຣາເບຍ.

        ໃນວັນມື້ປິດກອງປະຊຸມ 19 ພະຈິກ, ທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ ຈະມີບົດກ່າວປາໄສກ່ອນທີ່ມອບສິດປະທານປີ APEC 2023 ໃຫ້ແກ່ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ