ໄຂເວທີປາໄສບັນດາແລວເສດຖະກິດ GMS ຄັ້ງທີ 9

(VOVWORLD) -ຕອນເຊົ້າວັນທີ 19 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ທະນາຄານພັດທະນາອາຊີ (ADB) ໄດ້ສົມທົບກັນຈັດຕັ້ງເວທີປາໄສບັນດາແລວເສດຖະກິດເຂດອະນຸພາກພື້ນແມ່ນ້ຳຂອງ (GMS) ເປີດກວ້າງ ຄັ້ງທີ 9

ໄຂເວທີປາໄສບັນດາແລວເສດຖະກິດ GMS ຄັ້ງທີ 9 - ảnh 1 ເວທີປາໄສບັນດາແລວເສດຖະກິດເຂດອະນຸພາກພື້ນແມ່ນ້ຳຂອງ (GMS) ເປີດກວ້າງ ຄັ້ງທີ 9

(ພາບ: baodautu.vn)

ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດຄື: ກຳປູເຈຍ, ຈີນ, ລາວ, ມຽນມາ ແລະ ໄທ. ທີ່ວາລະໄຂ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ ສຸພັນ ແກ້ວມີໄຊ, ປະທານເວທີປາໄສບັນດາແລວເສດຖະກິດເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງຄັ້ງທີ 9 ໄດ້ຕີລາຄາສູງບັນດາຜົນງານຮ່ວມມືຂອງບັນດາປະເທດໃນເຂດອະນຸພາກພື້ນ, ພິເສດ, ໃນນັ້ນຕ້ອງເວົ້າເຖິງບັນດາໂຄງການຮ່ວມມືເຊື່ອມຕໍ່ທາງດ້ານຄົມມະນາຄົມ, ທຶນ ແມ່ນບຸລິມະສິດຂອງບັນດາປະເທດ GMS. ການເຊື່ອມຕໍ່ດັ່ງກ່າວໄດ້ສ້າງບັນດາແລວເສດຖະກິດໃຫຍ່ແຕ່ເໜືອຮອດໃຕ້ ແລະ ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ແຕ່ລະປະເທດສະມາຊິກ ກໍຄືທົ່ວພາກພື້ນ. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ ສຸພັນ ແກ້ວມີໄຊ ແບ່ງປັນວ່າ, “ການເຊື່ອມຕໍ່ໃນອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ມີຄວາມໝາຍສຳຄັນຍິ່ງສຳລັບບັນດາປະເທດສະມາຊິກ, ມັນສ້າງເຄືອຂ່າຍເຊື່ອມຕໍ່ດ້ານພື້ນຖານໂຄງລ່າງ, ຈາກນັ້ນສ້າງການຮ່ວມສຳພັນດ້ານຜະລິດຕະພັນ, ການທ່ອງທ່ຽວບັນດາເຂດພາກ. ພ້ອມທັງແມ່ນການເຊື່ອມຕໍ່ໃນ GMS ໄດ້ຊ່ວຍໃຫ້ບັນດາປະເທດສະມາຊິກໃນອະນຸພາກພື້ນມີການພັດທະນາຢ່າງແຮງກວ່າ, ຮັດແຄບຊ່ອງຫວ່າງເພື່ອພັດທະນາໄວກວ່າ, ໂດຍສະເພາະແມ່ນໃນອາຊຽນ ໃນຮອບເວລາ 10 ປີມໍ່ໆມານີ້”

        ເພື່ອປະຕິບັດບັນດາຄາດໝາຍຍູ້ແຮງບັນດາໂຄງການຮ່ວມມືໃນ GMS, ເວທີປາໄສຄັ້ງນີ້ ໄດ້ສຸມໃສ່ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງທາງຄົມມະນາຄົມ, ສ້າງບັນດາແຜນພັດທະນາດ້ານພະລັງງານ, ການຄ້າ ຕາມທິດຮັບປະກັນຄວາມໝັ້ນຄົງດ້ານສິ່ງແວດລ້ອມ…

ຕອບກັບ

ຂ່າວ/ບົດ​ອື່ນ