(vovworld) – ວັນທີ 21/3, ເວທີປາໄສສະຫະສະມາຄົມບັນດາປະເທດ ອາຊີ ຕາເວັນອອກສ່ຽງໃຕ້ (APF) ດ້ວຍຫົວຂໍ້ວ່າ “ຊຸກຍູ້ຄວາມສາມັກຄີຂອງປະຊາຊົນ ອາຊຽນ ມຸ່ງໄປເຖິງສັນຕິພາບແບບຍືນຍົງ, ພັດທະນາ, ຍຸຕິທຳ ແລະ ຫັນເປັນປະຊາທິປະໄຕ” ຖືກໄຂຂຶ້ນຢູ່ສູນກອງປະຊຸມ ຢູ່ Yangon, ປະເທດ ມຽນມາ. ນີ້ແມ່ນຄັ້ງທຳອິດທີ່ເວທີປາໄສ APF ຖືກຈັດຕັ້ງຢູ່ ມຽນມາ. ເວທີປາໄສແກ່ຍາວເປັນເວລາ 3 ວັນນີ້ໄດ້ດຶງດູດຜູ້ແທນສັງຄົມພົນລະເຮືອນປະມານ 3.000 ທ່ານທີ່ມາຈາກ 10 ປະເທດສະມາຊິກ ອາຊຽນ ແລະ Timor Leste, ເຂົ້າຮ່ວມເວທີປາໄສລວມມີ 5 ວາລະປະຊຸມ, 35 ກອງປະຊຸມສຳມະນາ, ທີ່ກ່ຽວຂ້ອງເຖິງ 5 ໝວດບັນຫາຄື: ສັນຕິພາບ, ຄວາມສະເໝີພາບ, ສິດທິມະນຸດ ແລະ ຫັນເປັນປະຊາທິປະໄຕ, ການພັດທະນາ ແລະ ບັນດາບັນຫາ ອາຊຽນ. ຢູ່ນອກ APF ປີນີ້ຍັງມີບັນດາເຫດການຄື: ງານວາງສະແດງ, ສາຍຟິມຮູບເງົາ, ງານຕະຫຼາດນັດເຄື່ອງຫັດຖະກຳຂອງບັນດາກຸ່ມຊົນເຜົ່າສ່ວນໜ້ອຍທີ່ຕາງໜ້າໃຫ້ບັນດາປະຊາຄົມໃນ ອາຊຽນ.