ໄຂເວທີປາໄສວິສາຫະກິດນະຄອນໂຮ່ຈິມິນ - ພະນົມເປັນ 2012

ໄຂເວທີປາໄສວິສາຫະກິດນະຄອນໂຮ່ຈິມິນ - ພະນົມເປັນ 2012 - ảnh 1
ເວທີ​ປາ​ໄສ​ວິ​ສາ​ຫະກິດ​ນະຄອນ​ໂຮ່ຈິ​ມິນ - ພະ​ນົມ​ເປັນ
(ພາບ: baomoi.com)


(vovworld) -     ເວທີ​ປາ​ໄສ​ວິ​ສາ​ຫະກິດ​ນະຄອນ​ໂຮ່ຈິ​ມິນ - ພະ​ນົມ​ເປັນ ​ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 4/10 ຢູ່​ນະຄອນ​ຫຼວງ​ພະ​ນົ​ມ​ເປັນ, ​ແຫ່ງ​ປະ​ເທດ​ກຳປູ​ເຈຍ. ​ເວທີ​ປາ​ໄສ​ໂດຍ​ສອງ​ນະຄອນ​ສົມທົບ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ສອງ​ປະ​ເທດ​ຫວຽດນາມ ​ແລະ ກຳປູ​ເຈຍ​ຈັດ​ຕັ້ງ. ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ມີ​​ຮອງນາຍົກລັດຖະມົນຕີຜູ້​ປະຈຳການ​ລັດຖະບານ​ລາຊະ​ອານາຈັກ​ກຳປູ​ເຈຍ, ທ່ານ​ນາງ Men Sam On, ອະດີດ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ທ່ານ​ນາງ Truong My Hoa ພ້ອມ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ສອງ​ນະຄອນ. ​ເວທີ​ປາ​ໄສ​ໄດ້​ສຸມ​ໃສ່​ແລກປ່ຽນບັນດາ​ບັນຫາ​ສຳຄັນ​ຄື; ຫວຽດນາມ - ກຳ​ປູ​ເຈຍ ຮ່ວມ​ມື​ພ້ອມ​ກັບ​ພັດທະນາ,​ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ກຳ​ປູ​ເຈຍ ​ແລະ ກາລະ​ໂອກາດ​ຮ່ວມ​ມື​ລົງທຶນ, ​ແນະນຳ ​ແລະ ​ແລກປ່ຽນ​ບົດຮຽນພົນ​ສຳ​ເລັດ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ ​ໃນ​ການ​ລົງທຶນ ​ແລະ ດຳ​ເນີນ​ທຸ​ລະ​ກິດ​ຢູ່ກຳ​ປູ​ເຈຍ. ​ເຈົ້າ​ຄອງນະຄອນພະ​ນົມ​ເປັນ Kep Chuktema ​ແລະ ທ່ານ​ນາງຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ Nguyen Thi Hong ​ໄດ້​ຕາງໜ້າ​ອຳນາດ​ການ​ປົກຄອງ​ສອງ​ນະຄອນ ​ແກ້​ໄຂ​ບັນດາ​ບັນຫາ​ເຊິ່ງວິ​ສາ​ຫະກິດ​ສອງປະ​ເທດ​ຍົກ​ອອກ​ມາ​ທີ່​ເວທີ​ປາ​ໄສ.

ຂ່າວ/ບົດ​ອື່ນ