ໄຂເວທີປາໄສແຫ່ງຊາດການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນຂະແໜງອຸດສາຫະກຳ ການຄ້າປີ 2023

(VOVWORLD) - ທີ່ວາລະປະຊຸມຄົບຄະນະ, ບັນດານັກປາຖະກະຖາໄດ້ແບ່ງບັນບັນດາເນື້ອໃນກ່ຽວກັບການກຳນົດທິດຫັນເປັນດີຈີຕອນຂອງຂະແໜງການຮອດປີ 2025; ນຳໃຊ້ເຕັກໂນໂລຊີ 4.0 ເຂົ້າການຜະລິດອັດສະລິຍະ; ມາດຕະການຫັນເປັນດີຈີຕອນໃນວິສາຫະກິດພາຍໃນຂະແໜງ
ໄຂເວທີປາໄສແຫ່ງຊາດການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນຂະແໜງອຸດສາຫະກຳ ການຄ້າປີ 2023 - ảnh 1ທ່ານຮອງລັດຖະມົນຕີກະຊວງອູດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຊິງເຍີດ ກ່າວຄຳເຫັນທີ່ເວທີປາໄສ
(ພາບ:ກະຊວງອຸດສາຫະກຳ -ການຄ້າ ຫວຽດນາມ)

 

ຕອນເຊົ້າວັນທີ 21 ພະຈິກ, ຢູ່ຮ່າໂນ້ຍ, ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດ ດີຈີຕອນ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ເປັນເຈົ້າພາບ ແລະ ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດເວທີປາໄສແຫ່ງຊາດການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນຂະແໜງອຸດສາຫະກຳ - ການຄ້າປີ 2023. ດ້ວຍຫົວຂໍ້ “ຫັນເປັນດີຈີຕອນໃນຂົງເຂດອຸດສາຫະກຳ - ການຄ້າ ສີຂຽວ ແລະ ແບບຍືນຍົງ”, ເວທີປາໄສໄດ້ເຕົ້າໂຮມບັນດານັກຊ່ຽວຊານຢູ່ພາຍໃນ ແລະ ຕ່າງປະເທດມາປຶກສາຫາລື, ສະເໜີມາດຕະການກໍ່ຄືວິທີການສົມທົບ ແລະ ລະດົມແຫຼ່ງກຳລັງໃຫ້ແກ່ວິວັດການຫັນເປັນດີຈີຕອນ, ໝູນໃຊ້ການຄ້າເອເລັກໂຕນິກ, ພັດທະນາລັດຖະບານເອເລັກໂຕນິກພາຍໃນ ຂະແໜງອຸດສາຫະກຳ ການຄ້າ - ຕາມທິດ “ເຕົ້າໂຮມ, ມີປະສິດທິຜົນ, ສີຂຽວ ແລະ ຍືນຍົງ”. ທີ່ວາລະປະຊຸມຄົບຄະນະ, ບັນດານັກປາຖະກະຖາໄດ້ແບ່ງບັນບັນດາເນື້ອໃນກ່ຽວກັບການກຳນົດທິດຫັນເປັນດີຈີຕອນຂອງຂະແໜງການຮອດປີ 2025; ນຳໃຊ້ເຕັກໂນໂລຊີ 4.0 ເຂົ້າການຜະລິດອັດສະລິຍະ; ມາດຕະການຫັນເປັນດີຈີຕອນໃນວິສາຫະກິດພາຍໃນຂະແໜງ; ທ່າອ່ຽງການຄ້າເອເລັກໂຕນິກແບບຍືນຍົງ. ກອງປະຊຸມສຳມະນາຫົວເລື່ອງສະເພາະໄດ້ຈັດຂຶ້ນໃນຕອນບ່າຍວັນດຽວກັນສຸມໃສ່ 2 ຫົວຂໍ້ “ທ່າອ່ຽງເຕັກໂນໂລຊີໃໝ່ ໃນການຫັນເປັນດີຈີຕອນຂອງຂະແໜງ ອຸດສາຫະກຳ - ການຄ້າ” ແລະ “ການພັດທະນາການຄ້າດີຈີຕອນແບບຍືນຍົງ”.

          ໃນຂອບເຂດເວທີປາໄສ, ມີງານວາງສະແດງເຕັກໂນໂລຊີ, ມາດຕະການຫັນເປັນດີຈີຕອນ, ການຜະລິດອັດສະລິຍະ, ໝູນໃຊ້ການຄ້າດີຈີຕອນຂອງວິສາຫະກິດດີເດັ່ນກ່ວາ 20 ແຫ່ງຢູ່ພາຍໃນປະເທດ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ