(vovworld) - ຕອນເຊົ້າວັນທີ 07/05, ຢູ່ນະຄອນດ້ຽນບຽນຝູ, ແຂວງດ້ຽນບຽນ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ແຂວງດ້ຽນບຽນ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (07/05/1954 – 07/05/2014). ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ, ທ່ານປະທານປະເທດ ເຈືອງເຕີນຊາງ; ບັນດາການນຳ, ອະດີດການນຳພັກ, ລັດ, ສະພາແຫ່ງຊາດ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຜູ້ຕາງໜ້າລັດຖະບານ ສປປ ລາວ, ລາຊະອານາຈັກກຳປູເຈຍ, ຄະນະຜູ້ແທນຂັ້ນສູງຂອງພັກແຮງງານເມຊີໂກ; ພ້ອມກັບບັນດາອົງການການທູດ, ບັນດາອົງການສາກົນປະຈຳຫວຽດນາມ ພ້ອມກັບປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນມີຄະນະຜູ້ແທນອະດີດນັກຮົບທີ່ເຂົ້າຮ່ວມບັ້ນຮົບດ້ຽນບຽນຝູ ລວມ 60 ຄົນ.
ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຫວນຄືນໄລຍະທີ່ອົງອາດກ້າຫານ, ບັນດາຂີດໝາຍສຳຄັນທີ່ສຸດໃນບັ້ນຮົບດ້ຽນບຽນຝູ ແລະ ຢືນຢັນວ່າ ໄຊຊະນະດ້ຽນບຽນຝູ ແມ່ນຂີດໝາຍສະງ່າລາສີໃນປະຫວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ. ທ່ານປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງວ່າ.
“ໄຊຊະນະດ້ຽນບຽນຝູ ປະຫວັດສາດ ແມ່ນໄຊຊະນະອະມະຕະທີ່ເລີ່ມມາຈາກມູນເຊື້ອປະຫວັດສາດທີ່ສະງ່າລາສີຂອງຊາດ, ຈາກການຊີ້ນຳ, ນຳພາທີ່ສະຫຼາດສະຫຼຽວຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈິມິນ ຜູ້ຍິງໃຫຍ່, ຈາກກຳລັງແຮງຂອງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ເຈດຈຳນົງຕໍ່ສູ້ເພື່ອເອກະລາດ, ເສລີພາບຂອງຊາດ, ຂອງປະຊາຊົນ ແລະ ກອງທັບຫວຽດນາມ. ໄຊຊະນະດ້ຽນບຽນຝູ ແມ່ນໄຊຊະນະແຫ່ງຄວາມສາມັກຄີຕໍ່ສູ້ຢ່າງສັດຊື່ບໍລິສຸດຂອງກອງທັບ ແລະ ປະຊາຊົນ 3 ປະເທດຫວຽດນາມ - ລາວ - ກຳປູເຈຍ; ນີ້ກໍ່ແມ່ນໄຊຊະນະລວມຂອງບັນດາຊາດທີ່ຖືກກົດຂີຂູດຮີດໃນໂລກ, ເປີດສາກໃຫ້ແກ່ການລົ້ມລະລາຍຂອງພວກລ່າເມືອງຂຶ້ນໃນທົ່ວໂລກ”.
ທ່ານປະທານປະເທດ ເນັ້ນໜັກວ່າ ພາຍຫຼັງໄລຍະ 30 ປີແຫ່ງການປະຕິບັດການປ່ຽນໃໝ່ຢ່າງຮອບດ້ານ ໂດຍພັກກອມມູນິດຫວຽດນາມ ປຸກລະດົມ ແລະ ຊີ້ນຳ ນຳພາ, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ; ຮັກສາສະຖຽນລະພາບດ້ານການເມືອງ - ສັງຄົມໄວ້ຢ່າງໝັ້ນຄົງ, ຫຼຸດພົ້ນອອກຈາກສະພາບປະເທດທຸກຍາກ, ດ້ອຍພັດທະນາ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນ; ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງຫວຽດນາມ ໃນທີພາກພື້ນ ແລະ ໃນໂລກໄດ້ຮັບການຍົກສູງຂຶ້ນ. ແຕ່ວ່າ, ບັນດາຜົນງານທີ່ຍາດມາໄດ້ນັ້ນ ຍັງບໍ່ທັງເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງປະເທດຊາດ. ໃນສະພາບການນັ້ນ ຮຽກຮ້ອງໃຫ້ທົ່ວພັກ, ປະຊາຊົນທຸກຊັ້ນວັນໜ້າ ແລະ ທົ່ວກອງທັບ ຕ້ອງເສີມຂະຫຍາຍຄຸນນະທາດ, ສັນຍາ ຫວຽດນາມ ແລະ ຈິດໃຈດ້ຽນບຽນຝູ.
“ໝູນໃຊ້ບັນດາບົດຮຽນຂອງໄຊຊະນະດ້ຽນບຽນຝູ ກ່ຽວກັບການເສີມຂະຫຍາຍກຳລັງແຮງຂອງຊາດ ສົມທົບກັບກຳຮັງແຮງຂອງຍຸກສະໄໝໃນກິດຈະການປ່ຽນໃໝ່, ພວກເຮົາຕ້ອງສືບຕໍ່ປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາຢ່າງສະເໝີຕົ້ນສະເໝີປາຍ ແລະ ມີປະສິດທິຜົນ; ຫັນການພົວພັນເປັນຫຼາຍຝ່າຍ, ຫຼາຍຮູບແບບ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ເປັນເພື່ອນມິດ, ຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີມີໜ້າທີ່ຮັບຜິດຊອບໃນວົງຄະນະຍາດສາກົນ; ຍົກສູງທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງຫວຽດນາມ ໃນພາກພື້ນ ແລະ ໃນໂລກກວ່າອີກ”.
ໂດຍຕາງໜ້າໃຫ້ອະດີດນັກຮົບ, ຊາວໜຸ່ມຕະລຸມບອນ, ຄົນງານລະດົມແນວຮົບໃນບັ້ນຮົບດ້ຽນບຽນຝູ ນັບພັນໆຄົນ, ພັນເອກ, ນັກວິລະຊົນກຳລັງປະກອບອາວຸດ ຟຸ່ງວັນເຂົາ, ອະດີດທະຫານກອງປືນໃຫຍ່ໃນບັ້ນຮົບ, ກ່າວຄຳເຫັນສະແດງຄວາມເປັນກຽດທີ່ໄດ້ເຂົ້າຮ່ວມ, ປະກອບເຫື່ອແຮງຂອງຕົນເຂົ້າໃນໄຊຊນະອັນຍິ່ງໃຫຍ່ຂອງປະເທດຊາດ. ພັນເອກ ຟຸ່ງວັນເຂົາ ຢືນຢັນວ່າ:
“ພວກຂ້າພະເຈົ້າເຊື່ອໝັ້ນ ແລະ ປາດຖະໜາວ່າ ລຸ້ນໜຸ່ມ ຫວຽດນາມ ຍາມໃດກໍ່ເອກອ້າງທະນົງໃຈ, ຈົດຈຳ ແລະ ເສີມຂະຫຍາຍມູນເຊື້ອຂອງຊາດ ຫວຽດນາມ ແລະ ນຳ້ໃຈຂອງໄຊຊະນະ ດ້ຽນບຽນຝູ, ກ້າຄິດ, ກ້າທຳ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ສ້າງບັນດາຜົນງານໃໝ່ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ”
ລາຍການສວນສະໜາມ, ເດີນຂະບວນຂອງພິທີສະເຫຼີມສະຫຼອງ ຖືກຈັດຂຶ້ນຢູ່ສະໜາມກິລາ ດ້ຽນບຽນ, ຄະນະສວນສະໜາມ ເດີນຂະບວນໄດ້ເລີ່ມໄປຜ່ານຖະໜົນສາຍຕ່າງໆຢູ່ນະຄອນ ດ້ຽນບຽນຝູ, ຜ່ານສຸສານທະຫານເສຍສະຫຼະຊີວິດເພື່ອຊາດ A1, ໂນນ A1, ອະນຸສາວະລີໄຊຊະນະ...
ກ່ອນໜ້ານັ້ນ, ໃນເວລາ 6 ໂມງວັນທີ 7/5, ຄະນະຜູ້ແທນການນຳ ພັກ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໂດຍ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ນຳໜ້າ, ພ້ອມກັບແຂກສາກົນ, ຜູ້ຕາງໜ້າປະຊາຊົນທຸກຊັ້ນວັນນະ... ໄດ້ຖະຫວາຍທູບທຽນອະໄລຫາບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1, ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ.