ໄຕມາດທີ I, ກ໋ວາງນິງຕ້ອນຮັບແຂກທ່ອງທ່ຽວກ່ວາ 2 ລ້ານເທື່ອຄົນ
(VOVWORLD) -ດ້ວຍທ່າໄດ້ປຽບທີ່ມີທິວທັດທຳມະຊາດ ອ່າວຮະລອງ ແລະ ມໍລະດົກວັດທະນະທຳດ້ານຈິດວິນຍານຫຼາຍແຫ່ງ, ເມື່ອຫວຽດນາມເປີດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນ, ແຂວງກ໋ວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວໄດ້ເກືອບ 500.000 ຄົນ ໃນເດືອນມີນາ, ລາຍຮັບກັບມາໄດ້ຈາກການບໍລິການພັກອາໄສ ແລະ ການບໍລິການທ່ອງທ່ຽວລ້ວນແຕ່ເພີ່ມຂຶ້ນ.
ພາຍຫຼັງໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີ, ການທ່ອງທ່ຽວແຂວງກ໋ວາງນິງ ພວມມີສັນຍານທີ່ຕັ້ງໜ້າ ແລະ ຄ່ອຍໆຟື້ນຟູ. ຈຳນວນແຂກທ່ອງທ່ຽວ ມາແຂວງກ໋ວາງນິງໃນໄຕມາດທີ I ປີ 2022 ບັນລຸປະມານ 2,1 ລ້ານເທື່ອຄົນ, ເພີ່ມຂຶ້ນ 56%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ.
ດ້ວຍທ່າໄດ້ປຽບທີ່ມີທິວທັດທຳມະຊາດ ອ່າວຮະລອງ ແລະ ມໍລະດົກວັດທະນະທຳດ້ານຈິດວິນຍານຫຼາຍແຫ່ງ, ເມື່ອຫວຽດນາມເປີດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນ, ແຂວງກ໋ວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວໄດ້ເກືອບ 500.000 ຄົນ ໃນເດືອນມີນາ, ລາຍຮັບກັບມາໄດ້ຈາກການບໍລິການພັກອາໄສ ແລະ ການບໍລິການທ່ອງທ່ຽວລ້ວນແຕ່ເພີ່ມຂຶ້ນ. ທ່ານ ຟ້າມງອກຖຸຍ, ຫົວໜ້າພະແນກທ່ອງທ່ຽວແຂວງກ໋ວາງນິງ ໃຫ້ຮູ້ວ່າ:
ໃນເດືອນເມສານີ້, ພວກຂ້າພະເຈົ້າກໍ່ໄດ້ຕ້ອນຮັບບາງຄະນະແຂກທ່ອງທ່ຽວທີ່ມາຈາກສ.ເກົາຫຼີ, ໂດຍສະເພາະແມ່ນມາຫຼິ້ນກອບ. ແລະ ກ໋ວາງນິງ ອາດຈະມີທ່າແຮງໃຫຍ່ກ່ຽວກັບ ເດີ່ນກອບ, ນອກຈາກນັ້ນຍັງມີອ່າວຮະລອງ ແລະ ອຽນຕື. ນີ້ແມ່ນບໍລິເວນເພື່ອໃຫ້ພວກເຮົາເປີດກວ້າງການບໍລິການທ່ອງທ່ຽວ. ພວກຂ້າພະເຈົ້າພວມເຮັດວຽກກັບກຸ່ມບໍລິສັດໃຫຍ່ເພື່ອຜັນຂະຫຍາຍໂຄງການນີ້ ແລະ ສົ່ງເສີມການທ່ອງທ່ຽວ.