(vovworld) – ຕອນບ່າຍວັນທີ 23/08, ອຳນາດການປົກຄອງໄທ ໃຫ້ຮູ້ວ່າ, ໄດ້ຈັບຕົວ 2 ຄົນທີ່ສົງໄສວ່າ ໄດ້ໃຫ້ຂ່າວຢ່າງຜິດພາດ ເຊິ່ງກ່ຽວຂ້ອງເຖິງເຫດວາງລະເບີດຢູ່ວິຫານ ເອຣະວັນ ຢູ່ນະຄອນຫຼວງບາງກອກ ໃນຕອນຄໍ່າວັນທີ 17/08, ເຮັດໃຫ້ 20 ຄົນເສຍຊີວິດ. ໃນນັ້ນມີນັກສຶກສາຄົນໜຶ່ງທີ່ນາບຂູ່ວາງລະເບີດໃນແວບໄຊສັງຄົມ Facebook ໄດ້ຖືກຈັບຕົວໃນວັນທີ 22/08, ຢູ່ນະຄອນ ອາຢຸດໄທຢາ ແລະ ຖືກກ່າວຫາແມ່ນອາດຊະຍາກຳກອມພິວເຕີ. ຖ້າຖືກຕັດສິນລົງໂທດ, ຜູ້ນີ້ອາດຈະຖືກຈຳຄຸກ 5 ປີ ແລະ ປັບໄໝ 100.000 ບາດ. ອຳນາດການປົກຄອງໄທ ບໍ່ສະໜອງຂໍ້ມູນໃດກ່ຽວກັບເປົ້າໝາຍທີ 2, ພຽງໃຫ້ຮູ້ວ່າ ຜູ້ນັ້ນຖືກຈັບຕົວຢູ່ນະຄອນຫຼວງບາງກອກເທົ່ານັ້ນ.