ໄທຍົກເລີກກົດປ້ອງກັນຄວາມສະຫງົບພາຍໃນ

    ໄທຍົກເລີກກົດປ້ອງກັນຄວາມສະຫງົບພາຍໃນ - ảnh 1
ບັນດາຜູ້ແຫ່ຂະບວນປະທ້ວງ ປະທະກັບຕຳຫຼວດຢູ່ບາງກອກ
(ພາບ : AP)

Vovworld- ຄຳ​ຄືນ​ວັນ​ທີ 8/8, ທ່່ານນາງ​ນາຍົກລັດຖະມົນຕີ​ໄທ ຍິງ​ລັກ ຊິນນະ​ວັດ ​ໄດ້​ເຊັນ​ຄຳ​ສັ່ງ​ຍົກ​ເລີກ​ກົດ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ, ຊຶ່ງ​ລັດຖະບານ​ໄທ​ເຄີຍ​ນຳ​ໄຊ້​ແຕ່​ວັນ​ທີ 1 ຫາ​ວັນ​ທີ 10/8. ​ລັດຖະບານ​ໄທ​ໄດ້​ປະກາດ​ນຳ​ໃຊ້ ກົດ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ເມື່ອ​ວັນ​ທີ 31/7 ​ແນ​ໃສ່​ຮັບ​ມື​ກັບ​ບັນດາ​ການ​ແຫ່​ຂະ​ບວນຄັ້ງ​ໃຫຍ່​ໂດຍ​ພັກ​ປະຊາທິປັດ​ຝ່າຍ​ຄ້ານ, ອົງການ “ ກອງທັບ​ປະຊາຊົນ​ໂຄ່​ນລົ້ມລະບອບ ທັກສິນ ” ​ແລະ ບັນດາ​ກຸ່ມຝ່າຍ​ຄ້ານ​ອື່ນໆ ຈັດ​ຕັ້ງ​ເພື່ອ​ຄັດຄ້ານ​ເລື່ອງ​ສະພາ​ແຫ່ງ​ຊາດ​ໄທ​ໂຮ​ມປະຊຸມ​ເພື່ອ​ພິຈາລະນາ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ອະ​​ໄພ​ຍະ​ໂທດ. ​ເລື່ອງຍົກ​ເລີກ​ກົດ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ ​ໂດຍ​ ທ່່ານນາງ​ນາຍົກລັດຖະມົນຕີ​ໄທ ຍິງ​ລັກ ຊິນນະ​ວັດ ຍັກ​ອອກ​ມາ​ພາຍຫຼັງ​ທີ່​ພັກ​ປະຊາທິປັດ​ຝ່າຍ​ຄ້ານ ຢຸດ​ການ​ເຄື່ອນ​ໄຫວ​ແຫ່​ຂະ​ບວນປະ​ທ້ວງ, ​ໃນ​ຂະນະ​ນັ້ນ, ບັນດາ​ກຸ່ມ​ ແຫ່​ຂະ​ບວນປະ​ທ້ວງອື່ນໆ ບໍ່​ສາມາດ​ເຕົ້າ​ໂຮມ​ກຳລັງ​ເພື່ອ​ສະໜັບ​ສະ​ໜູນ​ການ​ດຳ​ເນີນ ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ໃຫຍ່​ຕາມ​ແຜນການ. 

ຂ່າວ/ບົດ​ອື່ນ