ໄທ:ນາຍົກລັດຖະມົນຕີຊົ່ວຄາວຖະແຫຼງກ່ຽວກັບວິວັດການປະຕິຮູບປະເທດຊາດ

ໄທ:ນາຍົກລັດຖະມົນຕີຊົ່ວຄາວຖະແຫຼງກ່ຽວກັບວິວັດການປະຕິຮູບປະເທດຊາດ - ảnh 1
ທ່ານ​ນາງ​ນາຍົກລັດຖະມົນຕີຊົ່ວຄາວຂອງ ​ໄທ ຍິງຣັກ ຊິນ​ນະ​ວັດ
(ພາບ: Guardian)


(vovworld) – ​ໃນ​ຖະ​ແຫຼ​ງການ​ເມື່ອ​ວັນ​ທີ 21/12, ທ່ານ​ນາງ​ນາຍົກລັດຖະມົນຕີຊົ່ວຄາວຂອງ ​ໄທ ຍິງຣັກ ຊິນ​ນະ​ວັດ ຊີ້​ແຈ້ງ​ວິວັດ​ການ​ປະຕິ​ຮູບ​ປະ​ເທດ​ຊາດ​ຕ້ອງ​ຖື​ເປັນ “ລັດຖະນະ​ໂຍບາຍ” ​ແລະ ລັດຖະບານ​ຊົ່ວຄາວ​ສະ​ເໜີ​ວິວັດ​ການ​ນີ້​ລວມມີ​ບາດກ້າວ​ຕ່າງໆ​ຄື: ທີ 1 ​ແມ່ນ, ບັນດາ​ພັກ​ກາ​ນ​ເມືອງ​ເຂົ້າ​ຮ່ວມ​ການ​ຫາ​ສຽງ​ເລືອກ​ຕັ້ງ​ໃນ​ການ​ເລືອກ​ຕັ້ງ​ສະພາ​ຜູ້​ແທນ​ລາດຊະ​ດອນ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໃຫ້​ຄຳ​ໝັ້ນ​ສັນຍາ​ພາຍຫຼັງ​ສະພາ​ຜູ້​ແທນ​ລາດ​ຊະ​ດອນ ​ແລະ ລັດຖະບານ​ໃໝ່​ສາບານ​ຕົວ​ເຂົ້າດຳລົງ​ຕຳ​ແໜ່​ງ ຈະ​ສ້າງ​ຕັ້ງ “ສະພາ​ປະຕິ​ຮູບ ​ໄທ” ​ໃນ​ທັນທີ. ທີ 2 ​ແມ່ນ, “ສະພາ​ປະຕິ​ຮູບ ​ໄທ” ຈະ​ລວມມີ​ຜູ້ຕາງໜ້າ​ຂອງ​ທຸກໆ​ອົງການ, ສຳນັກງານ, ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ. ສຸດ​ທ້າຍ, “ສະພາ​ປະຕິ​ຮູບ ​ໄທ”  ຄວນ​ດຳ​ເນີນ​ວຽກ​ງານ​ບໍ່​ເກີນ​ເວລາ 2 ປີ ດ້ວຍ​ໜ້າ​ທີ່​ສຳຄັນ​ແມ່ນ​ກຳນົດ​ບັນດາ​ກົນ​ໄກ​ປະຕິ​ຮູບ ​ໄທ ​ໄລຍະ​ຍາວ, ພິ​ເສດ​ແມ່ນ​ປະຕິ​ຮູບ​ດ້ານ​ການ​ເມືອງ​ໃນ​ອະ​ນາ​ຄົດ, ການ​ເມືອງ​ກາຍ​ເປັນຕົວ​ແທນ​ໃຫ້​ສຽງ​ເວົ້າ​ຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ.

 


ຂ່າວ/ບົດ​ອື່ນ