ໄທອອກຄຳສັ່ງຈັບຕົວຜູ້ຖືກສົງໄສທຳອິດໃນເຫດວາງລະເບີດ

ໄທອອກຄຳສັ່ງຈັບຕົວຜູ້ຖືກສົງໄສທຳອິດໃນເຫດວາງລະເບີດ - ảnh 1
ເຫດວາງລະ​ເບີ​ດຢູ່​ວິຫານ ​ເອຣາວັນ
(ພາບ: Reuters)


(vovworld) – ວັນ​ທີ 19/08, ສານ​ອາຍາ​ທາງທິດ​ໃຕ້​ບາງ​ກອກຂອງ​ໄທ ​ໄດ້​ອອກ​ຄຳ​ສັ່ງຈັບ​ຕົວ​ຜູ້​ຖືກສົງ​ໄສ​ທຳ​ອິດ​ທີ່ກ່ຽວ​ຂອງ​​ເຖິງ​ເຫດວາງລະ​ເບີ​ດຢູ່​ວິຫານ ​ເອຣາວັນ, ​ນະຄອນຫຼວງ​ບາງກອກ. ຕາມ​ນັ້ນ​ແລ້ວ, ​ຜູ້​ຖືກ​ສົງ​ໄສ​ແມ່ນ​ຊາວຕ່າງປະ​ເທດ ​ແຕ່​ຍັງ​ບໍ່​ທັນ​ໄດ້​ເຜີຍ​ຊື່. ຄຳ​ສັ່ງຈັບ​ຕົ​ວນີ້ຖືກ​ປະກາດ​​ໂດຍ​ທັນທີ ພາຍຫຼັງ​ທີ່ຕຳຫຼວດ​ປະກາດ​ພາບ​ແຕ້ມ​ຜູ້​ຖືກ​ສົງ​ໄສ. ຄຳ​ສັ່ງຈັບ​ຕົ​ວ​ໄດ້​ກ່າວ​​ຫາ​ຜູ້​ຖືກ​ສົງ​ໄສ​ໄດ້​ປະຕິບັດ “​ເຫດ​ເຂ່ັນ​ຂ້າ​ມະນຸດທີ່​ມີ​ການ​ຄິດ​ໄລ​່” ພ້ອມ​ກັບ​ຄຳ​ກ່າວ​ຫາ​ອ່ືນ​ໆ​ທີ່​ກ່ຽວ​ຂອງ​ເຖິງ​ເຫດ​ວາງ​ລະ​ເບີດ, ​​ເຮັດ​​ໃຫ້ 20 ຄົນ​ຖືກ​ເສຍ​ຊີວິດ​ໃນ​ວັນ​ທີ 17/08.

ຂ່າວ/ບົດ​ອື່ນ