ໄທແລະກຳປູເຈຍເຫັນດີເປັນເອກະສັນຮັກສາການຮ່ວມມືຢ່າງແໜ້ນແຟ້ນ

ໄທແລະກຳປູເຈຍເຫັນດີເປັນເອກະສັນຮັກສາການຮ່ວມມືຢ່າງແໜ້ນແຟ້ນ - ảnh 1
ພາບປະກອບ

(vovworld) – ​ໃນ​ການ​ເຈລະຈາ​ຢູ່​ບາງກອກ ​ໃນ​ວັນ​ທີ 20/6, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ໄທ ດອນ ປຣາບຸດ​ວີ​ໄນ ​ແລະ ຄູ່​ຕຳ​​ແໜ່​ງ ກຳປູ​ເຈຍ Prak Sokhonn ​ເຫັນ​ດີ​ເປັນ​ເອກະສັນ 2 ປະ​ເທດ​ຈະ​ຮັກສາ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ເລິກ​ເຊິ່ງກ່ວາ​ອີກ, ພິ​ເສດ​ແມ່ນ​ບັນຫາ​ຊາຍ​ແດນ ​ແລະ ​ແຮງ​ງານ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ພາຍຫຼັງ​ການ​ເຈລະຈາ​ແກ່ຍາວ​ເປັນ​ເວລາ 1 ຊົ່ວ​ໂມງ, ທ່ານ​ລັດຖະມົນຕີ ​ໄທ ​ໃຫ້​ຮູ້​ວ່າ: 2 ຝ່າຍ​ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາ 2 ຝ່າຍ, ພິ​ເສດ​ແມ່ນ​ດ້ານ​ການ​ຄ້າ, ການ​ລົງທຶນ, ການ​ຮ່ວມ​ມື​ດ້ານ​ແຮງ​ງານ ​ແລະ ຊາ​ຍ​ແດນ. 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາຮ່ວມ​ມື​ກັນ​ເພື່​ອ​ແກ້​ໄຂ​ບັນດາ​ບັນຫາ 2 ປະ​ເທດ​ພວມ​​ປະ​ເຊີນ​ໜ້າ​ ​ໃນ​ນັ້ນ​ມີ​ໄພການຄ້າ​ມະນຸດ. ຕາມ​ລັດຖະມົນຕີການ​ຕ່າງປະ​ເທດ ກຳປູ​ເຈຍ ​ Prak Sokhonn ​ແລ້ວ​, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຫຼາຍ​ຢ່າງ, ພິ​ເສ​ດ​ແມ່ນ​ບັນຫາ​ຊາຍ​ແດນ ​ແລະ ການຮ່ວມ​ມືດ້ານ​ແຮງ​ງານ.

        ​ກ່ອນ​ໜ້າໃນ​ນັ້ນ, ທ່ານ​ລັດຖະມົນຕີ Prak Sokhonn ​ໄດ້ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣາຢຸດ ຈັນ​​ໂອຊາ. ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ປຣາຢຸດ ​ໄດ້​ສະ​ແດງ​ຄວາມກຽມພ້ອມ​​ເພື່ອເຊື່ອມ​ຕໍ່​ກັບ​ຝ່າຍ ກຳ​ປູ​ເຈຍ ​ໃນ​ທຸກ​​ຂົງ​ເຂດ.

 


ຂ່າວ/ບົດ​ອື່ນ