ໄທ ຈັດການເລືອກຕັ້ງ ເພີ່ມເຕີ່ມຢູ່ 5 ແຂວງ
(ພາບປະກອບ: TTXVN)
(vovworld) - ກຳມະການຄະນະກຳມະການເລືອກຕັ້ງໄທ (EC) ທ່ານ ສົມຈາຍ ສີສຸທິຍາກອນ ໃຫ້ຮູ້ວ່າ, ໄດ້ມີ 120.000 ເທື່ອຄົນຈົດທະບຽນເຂົ້າຮ່ວມການປ່ອນບັດຢູ່ 101 ສະຖານທີ່ເລືອກຕັ້ງຂອງ 5 ແຂວງທາງທິດໃຕ້ນະຄອນຫຼວງບາງກອກ ໃນວັນທີ 02/03. ນີ້ແມ່ນບັນດາສະຖານທີ່ເຄີຍຖືກຜູ້ແຫ່ຂະບວນປະທ້ວງປິດລ້ອມ ໃນການເລືອກຕັ້ງເມື່ອວັນທີ 02/02.
ຕາມທ່ານ ສົມຈາຍ ສີສຸທິຍາກອນ, ໝາກຜົນຂອງການເລືອກຕັ້ງຄັ້ງສຸດທ້າຍຈະໄດ້ຮັບການປະກາດພາຍຫຼັງການເລືອກຕັ້ງເພີ່ມເຕີ່ມໄດ້ດຳເນີນໄປຢູ່ບັນດາສະຖານທີ່ເລືອກຕັ້ງກ່ອນກຳນົດເວລາສຸດທ້າຍໃນເດືອນ 04 ຈະມາເຖິງ. ນັບແຕ່ນີ້ຮອດເວລາມີໝາກຜົນການເລືອກຕັ້ງ, ທ່ານນາງຍິງຣັກ ຊິນນະວັດ ຍັງເປັນນາຍົກລັດຖະມົນຕີຊົ່ວຄາວ.
ໃນຂະນະນັ້ນ, ບັນດາຜູ້ແຫ່ຂະບວນປະທ້ວງໄທ ເລີ່ມຖອນອອກຈາກບັນດາສະຖານທີ່ແຫ່ຂະບວນປະທ້ວງຢູ່ບາງກອກ ເກືອບທັງໝົດພາຍຫຼັງຖະແຫຼງຢຸດຕິການປິດລ້ອມນະຄອນຫຼວງ. ຜູ້ແຫ່ຂະບວນປະທ້ວງໄດ້ຍ້າຍໄປເຖິງສວນສາທາລະນະ ລຸມພິລີ ທີ່ໃຈກາງນະຄອນຫຼວງ ເຊິ່ງເປັນເຂດແຫ່ຂະບວນປະທ້ວງໃນຫຼາຍອາທິດຜ່ານມາ.