ໄທ ປະກາດບັນດາມາດຕະການ ປ້ອງກັນຄວາມສະຫງົບໃໝ່ຢູ່ພາກໃຕ້

ໄທ ປະກາດບັນດາມາດຕະການ ປ້ອງກັນຄວາມສະຫງົບໃໝ່ຢູ່ພາກໃຕ້ - ảnh 1
(ພາບປະກອບ)
(vovworld) -  ຕໍ່ໜ້າ​ສະພາບ​ການ​ຂາດ​ສະຖຽນ​ລະ​ພາບ​ທີ່​ແກ່ຍາວ​ຢູ່​ບາງ​ແຂ​ວງທາງ​ພາກ​ໃຕ້​, ວັນ​ທີ 12/03, ອຳນາດ​ການ​ປົກຄອງ​ໄທ ​ໄດ້​ປະກາດ​ບັນດາ​ມາດ​ຕະການ​ໃໝ່ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫ້​ແກ່​ປະຊາຊົນ​ຢູ່​ເຂດ​ນີ້.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 28/02, ​ເປັນ​ຄັ້ງ​ທຳ​ອິດ​ທີ່ລັດຖະບານ​ໄທ ​​ໄດ້ລົງ​ນາມ​ຂໍ້​ຕົກລົງ​ກັບ​ກຸ່ມ​ທະຫານ​ກະບົດ​ແນວ​ໂຮມ​ປະຕິວັດ​ຊົນ​ຊາດ (BRN) ຢູ່​ພາກ​ໃຕ້, ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ມຸ່ງ​ໄປ​ສູ່​ບັນດາ​ການ​ເຈລະຈາ​ສັນຕິພາບ ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ​ທີ່​ແກ່ຍາວ​ຢູ່​ເຂດ​ນີ້​ໃນ​ຕະຫຼອດ 9 ປີຜ່ານມາ ​ເຊິ່ງ​ເຮັດ​ໃຫ້ 5.500 ຄົນ​ເສຍ​ຊີວິດ. ນອກຈາກ​ນັ້ນ, ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ໄທ ​ໄດ້​ຍົກ​ອອກ​ເງື່ອນ​ໄຂຍົກ​ເວັນ​ສັ່ງ​ຟ້ອງອາຍາໃຫ້​ແກ່ BRN ​ເພື່ອ​ແນ​ໃສ່​ແກ້​ໄຂ​ການ​ປະ​ທະ​ກັນ​ທີ່​ນັບ​ມື້​ນັບ​ປິນຂັ້ນ​​ໄດດ້ວຍ​ສັນຕິ​ວິທີ.

ຂ່າວ/ບົດ​ອື່ນ