ໄທ ອຸ​ປະ​ຖຳ​ໃຫ້​ ລາວ ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) -ບ້ວງເງິນທີ 2 ທີ່ມີມູນຄ່າກ່ວາ 270.000 USD ຈະຖືກມອບສົ່ງໃນທ້າຍເດືອນນີ້.
ໄທ ອຸ​ປະ​ຖຳ​ໃຫ້​ ລາວ ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 - ảnh 1


ຄົນເຈັບໄດ້ຮັບການປິ່ນປົວຢູ່ລາວ (ພາບ:THX/TTXVN)

    ລັດຖະບານໄທ ຫາກໍ່ອຸປະຖຳໃຫ້ແກ່ລາວ ຈຳນວນເງິນສົດ ແລະ ອຸປະກອນການແພດ ລວມມູນຄ່າກ່ວາ 400.000 USD ເພື່ອແນໃສ່ໜູນຊ່ວຍຄວາມມະນະພະຍາຍາມ ຕ້ານໂລກລະບາດໂຄວິດ 19.

ບ້ວງເງິນທຳອິດທີ່ມີມູນຄ່າກ່ວາ 130.000 USD ໂດຍສະຖານທູດໄທ ສົ່ງໃຫ້ລາວ ໃນທ້າຍອາທິດຜ່ານມາ ລວມທັງເງິນສົດ ແລະ ອຸປະກອນການແພດ. ບ້ວງເງິນທີ 2 ທີ່ມີມູນຄ່າກ່ວາ 270.000 USD ຈະຖືກມອບສົ່ງໃນທ້າຍເດືອນນີ້.

ສະມາຄົມມິດຕະພາບໄທ-ລາວ, ສະຫະສະມາຄົມນັກທຸລະກິດໄທ ປະຈຳລາວ ກໍ່ໄດ້ໜູນຊ່ວຍລາວເຄື່ອງອຸປະກອນຕ່າງໆລວມມີ: ຜ້າອັດປາກ-ອັດດັງ ທີ່ມີມູນຄ່າກ່ວາ 100.000 USD ໂດຍຜ່ານສະຖານທູດໄທ ປະຈຳລາວ.

ຕອບກັບ

ຂ່າວ/ບົດ​ອື່ນ