(vovworld) - ວັນທີ 3/9, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ສະຫະກອນໄທ ນັດທະວຸດ ໄຂເກືອ ໃຫ້ຮູ້ວ່າ 3 ປະເທດທີ່ສົ່ງອອກຢາງພາລະທຳມະຊາດໃຫຍ່ກວ່າໝູ່ຢູ່ໃນໂລກແມ່ນໄທ, ອິນໂດເນເຊຍ ແລະ ມາເລເຊຍ ຄວນເພີ່ມທະວີການຮ່ວມມືກັບຫວຽດນາມ ເພື່ອແນໃສ່ສ້າງກົນໄກເປັນເຈົ້າການກ່ຽວກັບດ້ານລາຄາ ແລະ ປະລິມານສົ່ງອອກຢ່າງພາລາໃນໂລກກວ່າອີກ, ສ້າງເງື່ອນໄຂເພື່ອເພີ່ມລາຍຮັບໃຫ້ຜູ້ປູກຢາງພາລາ. ທ່ານ ນັດທະວຸດ ໄຂເກືອ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງໄທ ຈະຜ່ານຊ່ອງພົວພັນທາງການທູດເພື່ອເພີ່ມທະວີການຮ່ວມມືກ່ຽວກັບຢາງພາລາກັບຫວຽດນາມ, ເຊິ່ງແມ່ນປະເທດທີ່ສົ່ງອອກຢາງພາລາທຳມະຊາດໃຫຍ່ອັນດັບ 4 ໃນໂລກ. ໄທ ໃຫ້ຂໍ້ສັງເກດວ່າ ຫຼຸດຜ່ອນປະລິມານຢາງພາລາແມ່ນມາດຕະການດີທີ່ສຸດ ເພື່ອເຮັດໃຫ້ລາຄາຢ່າງພາລາເພີ່ມຂຶ້ນ ຄືນໃໝ່. ໄທ ກໍຈະພິຈາລະຈາມາດຕະການຫຼຸດຜ່ອນເນື້ອທີ່ປູກຢາງພາລາເພື່ອໃຫ້ລາຄາຢາງພາລາເພີ່ມຂຶ້ນໃນຕະຫຼາດໂລກ.