ໄວໜຸ່ມດ້ຽນບຽນ ແລະ ບັນດາແຂວງພາກເໜືອລາວເພີ່ມທະວີການຮ່ວມມື
(ພາບປະກອບ)
(vovworld)- ໃນລະຫວ່າງວັນທີ 9-10/12, ຢູ່ແຂວງດ້ຽນບຽນ ໄດ້ດຳເນີນບັນດາການເຄື່ອນໄຫວພົບປະແລກປ່ຽນ ວັດທະນະທຳ-ສິລະປະ, ກິລາ ແລະ ການເຈລະຈາແລກປ່ຽນບົດຮຽນ ລະຫວ່າງ ຄະນະຊາວໜຸ່ມ ຄອມມູນິດໂຮ່ຈີມິນ ແຂວງດ້ຽນບຽນ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ບັນດາແຂວງຫຼວງພະບາງ, ອຸດົມໄຊ, ຜົ້ງສາລີ (ສປປ ລາວ).
ທີ່ການເຈລະຈາ, ຜູ້ຕາງໜ້າຄະນະຊາວໜຸ່ມແຂວງດ້ຽນບຽນ ແລະ ແຂວງພາກເໜືອລາວ ໄດ້ແຈ້ງໃຫ້ກັນຊາບ ສະພາບການເຄື່ອນໄຫວວຽກງານຄະນະຊາວໜຸ່ມຂອງທ້ອງຖິ່ນຕົນ; ເພື່ອເພີ່ມທະວີການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ຫວຽດນາມ-ລາວ ໂດຍບັນດາການນຳລຸ້ນຕ່າງໆຂອງສອງພັກ, ສອງລັດໄດ້ເພີ່ມພູນຄູນສ້າງ. ຜູ້ຕາງໜ້າຄະນະຊາວໜຸ່ມປະຕິວັດລາວ ສະເໜີ ແຂວງດ້ຽນບຽນເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນບົດຮຽນ, ຊ່ວຍເຫຼືອບຳລຸງສ້າງພະນັກງານຄະນະຊາວໜຸ່ມຂອງລາວ ທີ່ດຳລົງຊີວິດ ແລະ ຮໍ່າຮຽນຢູ່ດ້ຽນບຽນ, ຫຼື ສົ່ງນັກວິຊາການໄປຝຶກອົບຮົມໃຫ້ພະນັກງານ ຄະນະຊາວໜຸ່ມຢູ່ທ້ອງຖິ່ນຂອງລາວ; ປາດຖະໜາວ່າ ແຂວງດ້ຽນບຽນຈະເອົາໃຈໃສ່ເຖິງບັນດານັກຮຽນນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ບັນດາໂຮງຮຽນອາຊີວະຊັ້ນກາງຕ່າງໆໃນບໍລິເວນແຂວງກວ່າອີກ.
ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ລົງນາມໃນບົດບັນທຶກ ເພື່ອເພີ່ມທະວີ ການເຈລະຈາ ການຮ່ວມມືລະຫວ່າງສອງຝ່າຍ ໃນວຽກງານການສຶກສານ້ຳໃຈມິດຕະພາບທີ່ເປັນມູນເຊື້ອ; ສົມທົບກັນປ້ອງກັນຕ້ານອາດຊະຍາກຳເຂດຊາຍແດນ; ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນບົດຮຽນ; ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ນັກທຸລະກິດໜຸ່ມສອງຝ່າຍ ໄດ້ພ້ອມກັນຮ່ວມມືພັດທະນາເສດຖະກິດ.