(vovworld) – ເພື່ອເປັນການສະເຫຼີມສະຫຼອງ 84 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ວັນທີ 25/3, ສູນກາງຊາວໜຸ່ມ ແລະ ຄະນະຊາວໜຸ່ມບັນດາແຂວງຈັດຕັ້ງການເຄື່ອນໄຫວຕ່າງໆດຶງດູດການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມເປັນຈຳນວນຫຼາຍ. ຕອນຄ່ຳວັນທີ 25/3, ຢູ່ນະຄອນ ໂຮ່ຈີມິນ, ພ້ອມກັບພິທີສະເຫຼີມສະຫຼອງເຫດການສຳຄັນນີ້ແມ່ນພິທີມອບໄບຍ້ອງຍໍໃຫ້ແກ່ພະນັກງານຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມດີເດັ່ນໃນທົ່ວປະເທດ 84 ຄົນໄດ້ຮັບລາງວັນ ຫຼີ໋ຕື້ຈ້ອງ ປີ 2015. ອ່ານສູນທອນພົດທີ່ພິທີ, ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຫງວຽນດັກວີງ, ເນັ້ນໜັກວ່າ: ຜ່ານ 84 ປີແຫ່ງການສ້າງຕັ້ງ, ພັດທະນາ ແລະ ເຕີບໃຫຍ່, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສະແດງໃຫ້ເຫັນຄຸນສົມບັດອົງອາດກ້າແກ່ນ, ຈົ່ງຮັກພັກດີ. ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມເອົາໃຈໃສ່ລົງທຶນເບິ່ງແຍງ ໃຫ້ສະມາຊິກຊາວໜຸ່ມຫຼາຍກ່ວາອີກ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາວໜຸ່ມໃນການກໍ່ຮ່າງສ້າງຕົວ, ເສີມຂະຫຍາຍພູມປັນຍາ ແລະ ນ້ຳໃຈປະຈັນບານ ອາສາສະໝັກໃນການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ປົກປັກຮັກສາປະເທດຊາດ. ທ່ານ ຫງວຽນດັກວີງ ກ່າວວ່າ:
“ໂດຍເສີມຂະຫຍາຍມູນເຊື້ອ 84 ປີແຫ່ງການສ້າງສາ, ອຸທິດສ່ວນ, ເຕີບໃຫຍ່, ພາຍໃຕ້ຄັນທຸງຂອງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຄະນະຊາວໜຸ່ມທຸກຂັ້ນ ແລະ ສະມາຊິກຊາວໜຸ່ມ ໝັ້ນໝາຍສາມັກຄີ, ເປັນຈິດໜຶ່ງໃຈດຽວ, ສຸດຈິດສຸດໃຈ, ຊຸມທຸກໆຄວາມສາມາດ, ພຸມປັນຍາ, ສືບຕໍ່ປະຕິບັດບັນດາຈຸດໝາຍເຊິ່ງກອງປະຊຸມໃຫຍ່ຄະນະຊາວໜຸ່ມທົ່ວປະເທດຄັ້ງທີ 10 ໄດ້ວາງອອກຢ່າງມີໄຊ, ອອກແຮງແຂ່ງຂັນສ້າງຜົນງານສະເຫຼີມສະຫຼອງກອງປະຊຸມໃຫຍ່ທຸກຂັ້ນ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ”
ແລະກໍ່ໃນວັນດຽວກັນ, ແຂວງ ທ໋າຍງວຽນ ໄດ້ດຳເນີນລາຍການ “ໄວໜຸ່ມ ທ໋າຍງວຽນ ເອກອ້າງທະນົງໃຈກ້າວເດີນພາຍໃຕ້ຄັນທຸງຂອງພັກ” ດ້ວຍການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມດີເດັ່ນທີ່ຊຶ່ງເປັນຕົວແທນໃຫ້ຊາວໜຸ່ມນັບໝື່ນໆຄົນໃນບໍລິເວນແຂວງ.
ໃນຂະນະນັ້ນ, ຄະນະຊາວໜຸ່ມແຂວງ ເລີມດົ່ງ ໄດ້ຈັດຕັ້ງການໂອ້ລົມສົນທະນາຜ່ານເຄືອຂ່າຍອິນເຕີເນັດ “ເວທີປາໄສການນຳແຂວງພົບປະສັງສັນ, ໂອ້ລົມສົນທະນາກັບພະນັກງານຄະນະຊາວໜຸ່ມສະເພາະກິດທົ່ວແຂວງປີ 2015”, ຈັດຕັ້ງການແຂ່ງຂັນແລ່ນລວມໝູ່ຄັ້ງທີ 18, ເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມອັນໄດ້ດຶງດູດການເຂົ້າຮ່ວມຂອງໄວໜຸ່ມກ່ວາ 500 ຄົນ.