ໜັງສືພິມຝະລັ່ງ: ຫວຽດນາມນັບມື້ນັບ ດູດດື່ມໃຈແຂກທ່ອງທ່ຽວ ລັດເຊຍ
ມຸຍແນ-ນິງທ້ວນ
(ພາບ: TTXVN)
(vovworld)- ຈຳນວນແຂກທ່ອງທ່ຽວລັດເຊຍ ເລືອກຫວຽດນາມ ແມ່ນສະຖານທີ່ພັກຜ່ອນຢ່ອນໃຈນັບມື້ນັບເພີ່ມຂຶ້ນໃນຊຸມປີຜ່ານມາ, ພິເສດແມ່ນບັນດາຫາດຊາຍທະເລທີ່ສວຍງາມດ້ວຍລາຄາເໝາະສົມຢູ່ ມຸຍແນ, ນະຄອນຟານທຽດ….ຍາມໃດກໍແມ່ນການເລືອກເຟັ້ນອັນດັບ 1 ຂອງບັນດາແຂກທ່ອງທ່ຽວລັດເຊຍ. ຕາມໜັງສືພິມ Le Monde Diplomatique ສະບັບອອກເດືອນ 8/2014, ໃນຊຸມປີຜ່ານມາ, ແຂກທ່ອງທ່ຽວລັດເຊຍ ໄດ້ມີການຫັນທິດມາເລືອກເຟັ້ນສະຖານທີ່ພັກຜ່ອນຢູ່ນະຄອນໂຮ່ຈິມິນ ແລະ ກາມແຣງ…ເຂດນ້ຳແດນດິນທາງພາກກກາງຫວຽດນາມ ມີຄວາມດູດດືມໃຈແຂກທ່ອງທ່ຽວລັດເຊຍ ເປັນພິເສດ ຍ້ອນບັນຍາກາດສະຫງົບງຽບຢູ່ທີ່ນີ້ເຮັດໃຫ້ເຂົາເຈົ້າລື່ມອາກາດໜາວຈັດຂອງປະເທດລັດເຊຍ./.