(vovworld) – ຕອນເຊົ້າວັນທີ 12/01, ໜັງສືພິມລາຍວັນອັນດັບໜຶ່ງຂອງໄທ ແມ່ນ Bangkok Post ແລະ The Nation ໄດ້ລົງພິມບັນດາບົດນຳ ຮຽກຮ້ອງໃຫ້ປະເທດໄທ ເວົ້າສະເພາະ ແລະ ອາຊຽນ ເວົ້າລວມ ຕ້ອງມີປະຕິກິຕິຍາສຳລັບການກະທຳຂອງຈີນ ທີ່ນຳເຮືອບິນລົງຈອດຢູ່ເກາະຫີນ ຈຶ້ເທີບ ເຊິ່ງໄດ້ກໍ່ສ້າງຢ່າງຜິດກົດໝາຍ ຢູ່ໝູ່ເກາະຮ່ວາງຊາຂອງຫວຽດນາມ.
ບົດຂຽນຂອງໃນໜັງສືພິມ The Nation ໄດ້ຍົກອອກບັນດາຄຳເຫັນຄັດຄ້ານຢ່າງແຮງຂອງຝ່າຍຫວຽດນາມ ກໍ່ຄືຟິລິບປີນ ຕໍ່ການກະທຳຂອງຈີນ. ບົດຮຽນໃຫ້ຂໍ້ສັງເກດວ່າ, ແນ່ນອນວາ່ ອາຊຽນ ຈະບໍ່ລະງັບໃຈຕໍ່ບັນຫານີ້ໄດ້ ເຖິງວ່າມັນຈະສົ່ງຜົນສະທ້ອນອັນໃຫຍ່ຫຼວງເຖິງການພົວພັນກັບຈີນ ກໍ່ຕາມ. ບົດຂຽນກໍຍົກອອກປະຕິກິລິຍາຂອງອາເມລິກາ ສຳລັບການກະທຳຂອງຈີນ, ໃນນັ້ນຝ່າຍອາເມລິກາ ເນັ້ນໜັກວ່າ, ທະເລຕາເວັນອອກ ແມ່ນໜຶ່ງໃນບັນດາສາຍທາງແລກປ່ຽນການຄ້າທີ່ຄຶກໂຄມໜາແໜ້ນທີ່ສຸດໃນໂລກ ແລະ ມີຄວາມສຳຄັນສຳລັບຜົນປະໂຫຍດດ້ານການຄ້າບໍ່ວ່າຂອງປະເທດໃດ. ເພາະສະນັ້ນ, ບັນດາການຂັດແຍ້ງກັນຢູ່ພາກພື້ນນີ້ພວມກາຍເປັນຄວາມວິຕົກກັງວົນຂອງອາເມລິກາ. ວໍຊິງຕັນ ຖະແຫຼງວ່າ ການກະທຳໃຫ້ເຮືອບິນພົນລະເຮືອນຂອງຈີນ ບິນຈອດຢູ່ເກາະຫີນ ຈຶ້ເທີບ ພວມເປັນການນາບຂູ່ເຖິງຄວາມໝັ້ນຄົງໃນພາກພື້ນ.
ສ່ວນໜັງສືພິມ Bangkok Post ໄດ້ຍົກອອກຄຳເຫັນໂດຍຖືວ່າ ຈີນ ຕ້ອງຮັບຜິດຊອບຍ້ອນໄດ້ສ້າງການປະທະກັນທີ່ບໍ່ຈຳເປັນ ແລະ ອັນຕະລາຍທີ່ສຸດ. ໜັງສືພິມນີ້ກໍຖືວ່າ ປັກກິງ ຄວນລະມັດລະວັງ, ພ້ອມທັງຕ້ອງເອົາໃຈໃສ່ເຖິງທ່າທີຂອງປະເທດອື່ນ. ຕາມໜັງສືພິມ Bangkok Post ແລ້ວ, ຈີນ ໄດ້ກໍໄພອັນຕະລາຍທີ່ສຸດສຳລັບຄວາມປອດໄພທາງການບິນດ້ວຍບັນດາຖ້ຽວບິນໄປມາໃນນ່ານຟ້າໝູ່ເກາະເຈື່ອງຊາ ຂອງຫວຽດນາມ. ນັ້ນແມ່ນການກະທຳຢ່າງຜິດພາດ, ຍ້ອນວ່າບັນດາຖ້ຽວບິນຂອງຈີນ ໄດ້ບິນຜ່ານເຂດນ່ານຟ້າທີ່ມີການເຄື່ອນໄຫວໄປມາຂອງຫຼາຍບໍລິສັດການບິນ. ສິ່ງດັ່ງກ່າວຈະເຮັດໃຫ້ເຮືອບິນຂອງບໍລິສັດຕ່າງໆຕ້ອງປະເຊີນໜ້າກັບໄພອັນຕະລາຍ. ນັ້ນແມ່ນການຕົກລົງຢ່າງຜິດພາດຂອງປັກກິງ ແລະ ຕ້ອງຢຸດຕິໂດຍທັນທີ.