(ພາບປະກອບ)
(vovworld) - ເຄືອຄ່າຍສືບລາຊະການລັບເສດຖະກິດ “Stratfor” ຂອງອາເມລິກາ ຫາກໍ່ມີບົດຂຽນກ່ຽວກັບສະພາບການລົງທຶນຢູ່ຫວຽດນາມ, ໃນນັ້ນໃຫ້ຂໍ້ສັງເກດບັນດາທ່າອຽງລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນຫວ່າງມໍ່ໆມານີ້ ອາດຈະແມ່ນສັນຍານທີ່ດີໃຫ້ແກ່ຫວຽດນາມ ເມື່ອລັດຖະບານພວມມານະພະຍາຍາມດຶງດູດບັນດານັກລົງທຶນໃນສະພາບທີ່ເສດຖະກິດທົ່ວໂລກຊັກຊ້າລົງນັບແຕ່ປີ 2009. ຕາມບົດຂຽນແລ້ວ, FDI ເຂົ້າຫວຽດນາມ ໄດ້ຟື້ນຟູຢ່າງດີພໍສົມຄວນ ແລະ ໄດ້ຫຼັງໄຫລເຂົ້າບັນດາພາກພື້ນເຊິ່ງກ່ອນນັ້ນບໍ່ໄດ້ຮັບຄວາມສົນໃຈຈາກວົງການນັກລົງທຶນຫຼາຍ. ຄວາມເປັນຫຼາຍຮູບຫຼາຍແບບກ່ຽວກັບ FDI ອາດຈະຊ່ວຍໃຫ້ຫວຽດນາມ ຮັກສາທີ່ຕັ້ງບົດບາດເປັນພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນທີ່ໜ້າດູດດື່ມໃນພາກພື້ນທີ່ມີລັກສະນະແກ່ງແຍ້ງສູງໃນປະຈຸບັນ. ກໍ່ຕາມບົດຂຽນ, ຫວຽດນາມ ມີທ່າແກ້ງແຍ່ງດີພໍສົມຄວນຄື ຄົນງານໜຸ່ມຫຼາຍ, ມີສະຖຽນລະພາບດ້ານການເມືອງ ແລະ ບັນດານະໂຍບາຍດຶງດູດການລົງທຶນທີ່ອຳນວຍຄວາມສະດວກພາຍຫຼັງການເປີດປະຕູ. Stratfor ຖືວ່າ ດ້ວຍກຳລັງຄົນງານຫຼາຍ, ຄ່າໃຊ້ຈ່າຍໜ້ອຍ, ທີ່ຕັ້ງຍຸດທະສາດ ແລະ ຄວາມຕັດສິນໃຈປ່ຽນໃໝ່ຂອງລັດຖະບານເພື່ອແນໃສ່ປະຕິຮູບໂຄງປະກອບເສດຖະກິດ, ຫວຽດນາມ ສາມາດຮັກສາໄດ້ທີ່ຕັ້ງບົດບາດດຶງດູດການລົງທຶນດີກວ່າໝູ່ໃນພາກພື້ນ.