ໜັງສືພິມ ລາວ ລົງພິມຫຼາຍຂ່າວ/ບົດກ່ຽວກັບການຢ້ຽມຢາມ ລາວ ຂອງປະທານສະພາແຫ່ງຊາດ ຫວຽດນາມ

(VOVWORLD) -ບົດຂຽນຢືນຢັນວ່າ ການຢ້ຽມຢາມຈະປະກອບສ່ວນປັບປຸງ ແລະ ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສະພາແຫ່ງຊາດ 2 ປະເທດ
ໜັງສືພິມ ລາວ ລົງພິມຫຼາຍຂ່າວ/ບົດກ່ຽວກັບການຢ້ຽມຢາມ ລາວ ຂອງປະທານສະພາແຫ່ງຊາດ ຫວຽດນາມ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ
(ພາບປະກອບ: TTXVN)

ໜັງສືພິມ ປະເທດລາວ Daily, ຂອງສຳນັກຂ່າວສານ ລາວ ສະບັບອອກວັນທີ 13 ພຶດສະພາ ໃນໜ້າຫຼັກມີບົດຂຽນດ້ວຍຫົວຂໍ້ວ່າ “ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ເຫັນການຖືເປັນສຳຄັນ ແລະ ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງພິເສດຂອງພັກ, ລັດ ຫວຽດນາມ ທີ່ມີຕໍ່ ລາວ”; ບົດຂຽນຢືນຢັນວ່າ ການຢ້ຽມຢາມຈະປະກອບສ່ວນປັບປຸງ ແລະ ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສະພາແຫ່ງຊາດ 2 ປະເທດເວົ້າສະເພາະ ແລະ ການພົວພັນລະຫວ່າງ ລາວ - ຫວຽດນາມ, ຫວຽດນາມ - ລາວ ເວົ້າລວມໃຫ້ເລິກເຊິ່ງຂຶ້ນຕື່ມ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດປະເທດ ສສ. ຫວຽດນາມ ໄປຢ້ຽມຢາມປະເທດສປປ.ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 15 – 17 ພຶດສະພາ ຈະມາເຖິງ. ນີ້ແມ່ນການຢ້ຽມຢາມທາງລັດຖະກິດຢູ່ປະເທດ ສປປ.ລາວ ຄັ້ງທຳອິດຂອງການນຳຫຼັກແຫຼ່ງ ຫວຽດນາມ ໃນປີສາມັກຄີມິດຕະພາບ ລາວ - ຫວຽດນາມ 2022, ພ້ອມທັງເປັນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຢູ່ປະເທດ ສປປ.ລາວ ຂອງທ່ານ ເວືອງດິ່ງເຫ້ວ ໃນຖານະເປັນປະທານສະພາແຫ່ງຊາດ. ນີ້ກໍ່ແມ່ນຄະນະປະທານສະພາແຫ່ງຊາດທຳອິດຂອງຕ່າງປະເທດ ທີ່ມາຢ້ຽມຢາມ ລາວ ຢ່າງເປັນທາງການ ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XI ກໍ່ຄືພາຍຫຼັງກອງປະຊຸມຄັ້ງປະຖົມມະເລິກ ສະພາແຫ່ງຊາດ ລາວ ຊຸດທີ IX.

ຕອບກັບ

ຂ່າວ/ບົດ​ອື່ນ