ໜັງສືພິມ ສິງກະໂປ ຕີລາຄາຕະຫຼາດການຄ້າເອເລັກໂຕນິກຂອງຫວຽດນາມ ແມ່ນເຕີບໂຕໄວທີ່ສຸດໃນພາກພື້ນ
(VOVWORLD) -ຫວຽດນາມ ແມ່ນພື້ນຖານເສດຖະກິດດີຈີຕອນ ທີ່ພວມມີການເຕີີບໂຕໄວທີ່ສຸດໃນພາກພື້ນ.
(ພາບປະກອບ:tapchitaichinh.vn) |
ຕາມການຕີລາຄາຂອງໜັງສືພິມ The Business Times ຂອງ ສິງກະໂປ ທີ່ໄດ້ລົງພິມໃນວັນທີ 27 ມັງກອນ ແລ້ວ, ຫວຽດນາມ ແມ່ນພື້ນຖານເສດຖະກິດດີຈີຕອນ ທີ່ພວມມີການເຕີີບໂຕໄວທີ່ສຸດໃນພາກພື້ນ. ໝາກຜົນດັ່ງກ່າວ ສ່ວນຫຼາຍແມ່ນຍ້ອນກະແສເງິນລົງທຶນຢູ່ປະເທດນີ້ ຍັງຄົງສືບຕໍ່ເພີ່ມຂຶ້ນດ້ວຍລະດັບເຕີບໂຕທີ່ບໍ່ເຄີຍມີມາກ່ອນ. ໃນຕະຫຼອດ 4 ປີຜ່ານມາ, ແຫຼ່ງທຶນອຸປະຖໍາ ປະມານ 1 ຕື້ USD ໄດ້ລົງທຶນເຂົ້າຂົງເຂດການຄ້າເອເລັກໂຕນິກຂອງຫວຽດນາມ, ເຊິ່ງບັນລຸລະດັບເຕີີບໂຕສະຖິຕິໃນປີ 2019.
ຜ່ານບົດລາຍງານທີ່ມີຫົວຂໍ້ “ຕະຫຼາດການຄ້າເອເລັກໂຕນິກພວມພຸ່ງຂຶ້ນຢູ່ຫວຽດນາມ” ໂດຍສະຖາບັນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ - ISEAS Yusof Ishak ຫາກໍປະກາດໃນເດືອນມັງກອນນີ້, ສາມາດເຫັນໄດ້ກໍາລັງຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງທີ່ສຸດໃນຂົງເຂດການຄ້າເອເລັກໂຕນິກຂອງຫວຽດນາມ ຜ່ານການເປີດກວ້າງຂອງຂົງເຂດດັ່ງກ່າວ, ເຊິ່ງຄາດວ່າລາຍຮັບ ໃນປີ 2020 ຈະບັນລຸເຖິງ 15 ຕື້ USD.