ໝູນໃຊ້ຄວາມກ້າວໜ້າທາງວິທະຍາສາດເຕັກນິກເຂົ້າໃນການຂຸດຄົ້ນສິນໃນນ້ຳແບບຍືນຍົງ

(VOVWORLD) - “ໝູນໃຊ້ຄວາມກ້າວໜ້າທາງວິທະຍາສາດເຕັກນິກໃນການຂຸດຄົ້ນ ແລະ ການເກັບຮັກສາຜະລິດຕະພັນໃນກ່ຳປັ່ນຫາປາໄກຝັ່ງ” ແມ່ນຫົວຂໍ້ຂອງເວທີປາໄສສົ່ງເສີມກະສິກຳ ໂດຍສູນສົ່ງເສີມກະສິກຳແຫ່ງຊາດຈັດຕັ້ງໃນວັນທີ 19 ມິຖຸນາ ຢູ່ນະຄອນ ກ໋ວາງຫງາຍ.
ໝູນໃຊ້ຄວາມກ້າວໜ້າທາງວິທະຍາສາດເຕັກນິກເຂົ້າໃນການຂຸດຄົ້ນສິນໃນນ້ຳແບບຍືນຍົງ - ảnh 1 (ພາບປະກອບ)

ໃນໄລຍະຜ່ານມາ, ສູນສົ່ງເສີມກະສິກຳແຫ່ງຊາດໄດ້ຜັນຂະຫຍາຍຫລາຍມາດຕະການທີ່ນຳໃຊ້ເຕັກໂນໂລຊີເກັບຮັກສາສິນໃນນ້ຳພາຍຫລັງການຂຸດຄົ້ນ. ທ່ານ ກິມວັນຕ໊ຽນ - ຮອງຫົວໜ້າສູນສົ່ງເສີມກະສິກຳແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ນີ້ຮອດປີ 2030, ຂະແໜງສິນໃນນ້ຳ ຫວຽດນາມ ວາງຄາດໝາຍຫລຸດຜ່ອນອັດຕາຮົ່ວໄຫຼໃນການຂຸດຄົ້ນແຕ່ 25 – 30% ຄືປັດຈຸບັນລົງໃຫ້ຕ່ຳກ່ວາ 15% ເທົ່ານັ້ນ. ທ່ານ ກິມວັນຕ໊ຽນ ກ່າວວ່າ:

        “ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າບໍ່ພຽງແຕ່ຕິດຕັ້ງບັນດາເຄື່ອງອຸປະກອນກ້າວໜ້າ, ວິທະຍາສາດເຕັກນິກທັນສະໄໝໃຫ້ແກ່ກ່ຳປັ່ນທີ່ໄປຫາປາໄກຝັ່ງເທົ່ານັ້ນ, ແຕ່ຍັງໄດ້ຊ່ວຍຊາວປະມົງຫລຸດຜ່ອນແຮງງານໃນກ່ຳປັ່ນ, ຫາປາຢ່າງມີປະສິດທິຜົນ ແລະ ຍົກສູງລາຍຮັບຕື່ມອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ