(vovworld) – ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມກວາງວີງ ໄດ້ຕອບສຳພາດສື່ມວນຊົນກ່ຽວກັບໝາກຜົນຂອງການຢ້ຽມຢາມ ສິງກາໂປ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ. ທ່ານຮອງລັດຖະມົນຕີ ຟ້າມກວາງວີງ ໃຫ້ຮູ້ວ່າ: ໃນວັນທີ 31/5 ແລະ 1/6, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ມີການຢ້ຽມຢາມ ສິງກາໂປ ແລະ ເປັນນັກປາຖະກະຖາທີ່ກອງປະຊຸມ Shangri - La 12. ທ່ານຮອງລັດຖະມົນຕີ ຟ້າມກວາງວີງ ຢືນຢັນວ່າ: ບົດກ່າວປາໃສຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢູ່ກອງປະຊຸມ Shangri - La 12 ໄດ້ຮັບການຕີລາຄາສູງຈາກຫາງສຽງສາກົນ. ທ່ານປະທານາທິບໍດີ ແລະ ນາຍົກລັດຖະມົນຕີ ສິງກາໂປ, ຫົວໜ້າຄະນະຜູ້ແທນປະເທດຕ່າງໆຫຼາຍທ່ານ, ສື່ມວນຊົນຂອງພາກພື້ນ ແລະ ໂລກ ຕີລາຄາສູງບົດກ່າວປາໄສຂອງ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ. ບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ສົ່ງສານສຳຄັນທີ່ວ່າ: ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດເພື່ອສັນຕິພາບ, ຮ່ວມມື ແລະ ວັດຖະນາຖາວອນຂອງ ອາຊີ - ປາຊີຟິກ, ສານໄດ້ເນັ້ນໜັກວ່າ: ຢາກມີສັນຕິພາບ, ການພັດທະນາ, ຄວາມວັດຖະນາຖາວອນ ແມ່ນຕ້ອງເພີ່ມທະວີການສ້າງ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ.
ທ່ານຮອງລັດຖະມົນຕີ ຟ້າມກວາງວີງ ກໍໃຫ້ຮູ້ວ່າ: ໃນເດີນທາງປະຕິບັດງານຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ມີການພົບປະເຈລະຈາຢ່າງເປັນທາງການກັບທ່ານປະທານາທິບໍດີ Tony Tan ແລະ ນາຍົກລັດຖະມົນຕີ ຫລີຊຽນຫລົງ ຂອງ ສິງກາໂປ. 2 ຝ່າຍໄດ້ແລກປ່ຽນຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ແທດຈິງເພື່ອແນໃສ່ຊຸກຍູ້ ແລະ ເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - ສິງກາໂປ ໃນທຸກໆຂົງເຂດຫຼາຍກ່ວາອີກ, ພິເສດແມ່ນການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ ເຊັນເອກະສານຍົກການພົວພັນ ຫວຽດນາມ - ສິງກາໂປ ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດໃນການຢ້ຽມຢາມຫວຽດນາມ ຂອງ ທ່ານນາຍົກລັດຖະມົນຕີ ຫລີຊຽນຫລົງ ໃນປີ 2013.