ໝາກຜົນການສຳຫລວດPAPI2016:ສະຫນອງບໍລິການສາທາລະນະສືບຕໍ່ໄດ້ຮັບການປັບປຸງ
ເຫດການຈັດຂຶ້ນໃນວັນທີ 4/4
(ພາບ: ເຢືອງຫຼຽວ)
|
(vovworld)- ບົດລາຍງານ “ດັດຊະນີປະສິດທິຜົນການຄຸ້ມຄອງ ແລະ ບໍລິຫານສາທາລະນະຂັ້ນແຂວງ ຢູ່ຫວຽດນາມ (PAPI) ປີ 2016: ວັດແທກຈາກບົດຮຽນພຶດຕິກຳຂອງປະຊາຊົນ” ໄດ້ຮັບການປະກາດໃນວັນທີ 4/4 ຢູ່ ຮ່າໂນ້ຍ. ບົດລາຍງານດັ່ງກ່າວໂດຍໂຄງການພັດທະນາ ສະຫະປະຊາຊາດ ຢູ່ ຫວຽດນາມ ສົມທົບກັບສູນບຳລຸງພະນັກງານ ແລະ ຄົ້ນຄ້ວາວິທະຍາສາດ ແນວໂຮມປະເທດຊາດຫວຽດນາມ, ສູນຄົ້ນຄ້ວາພັດທະນາ ແລະ ຫນູນຊ່ວຍປະຊາຄົມປະຕິບັດ ເພື່ອຕີລາຄາປະສິດທິຜົນຂອງວຽກງານບໍລິຫານ, ຄຸ້ມຄອງແຫ່ງລັດ ແລະ ການສະຫນອງບໍລິການສາທາລະນະຂອງອຳນາດການປົກຄອງທຸກຂັ້ນຈາກຂັ້ນແຂວງ, ນະຄອນລົງຮອດຂັ້ນຕາແສງ. ບົດລາຍງານແມ່ນອີງໃສ່ຄຳເຫັນຕີລາຄາຂອງປະຊາຊົນກວ່າ 14.000 ຄົນ ຢູ່ 63 ແຂວງ, ນະຄອນ. ໝາກຜົນ PAPI 2016 ໃຫ້ເຫັນວ່າ: ມີ 3 ທ່າອ່ຽງປ່ຽນແປງຢ່າງຕັ້ງຫນ້າ. ທີຫນຶ່ງ, ສະຫນອງບໍລິການສາທາລະນະ ສືບຕໍ່ໄດ້ຮັບການປັບປຸງໃນປີ 2016, ສະແດງໃຫ້ເຫັນຜ່ານລະດັບຄະແນນເພີ່ມຂຶ້ນໃນແຕ່ລະປີຢູ່ໃນຕົວເລກເນື້ອໃນ “ສະຫນອງບໍລິການສາທາລະນະ”. ທີສອງ, ອັດຕາຜູ້ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດປີ 2016 ເພີ່ມຂຶ້ນກວ່າ 2% ເມື່ອທຽບໃສ່ປີ 2011. ທີ່ສາມ, ບັນດາການກະທົບຢ່າງຕັ້ງຫນ້າໃນການຄຸ້ມຄອງທີ່ດິນນັບແຕ່ເມື່ອກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງປີ 2013 ມີຜົນສັກສິດ.