ປະຊາຊົນ ອີຢີບ ໄປເລືອກຕັ້ງ
(ພາບ:baomoi.com)
( vovworld ) – ວັນທີ 25/5, ອົງການ “ອ້າຍນ້ອງຊາວມຸດສະລິມ“ ໃຫ້ຮູ້ວ່າ: ຜູ້ອອກສະໝັກຮັບເລືອກຕັ້ງ Mohamed Morsi ຊື່ງໄດ້ຮັບການໜູນຊ່ວຍຂອງອົງການນີ້ ພວມນຳໜ້າໂດຍຊົ່ວຄາວ ໃນການເລືອກຕັ້ງປະທານາທິບໍດີ ທີ່ຫາກໍ່ດຳເນີນໄປຢູ່ປະເທດອາຟິຼກກາເໜືອນີ້ໃນວັນທີ 23-24/5. ຕາມໝາກຜົນການນັບບັດຢູ່ສະຖານທີ່ປ່ອນບັດກ່ວາ 6600 ແຫ່ງ ໃນຈຳນວນທັງໝົດ 13.000 ແຫ່ງແລ້ວ, ປະຈຸບັນ, ທ່ານ Mohamed Morsi ພວມນຳໜ້າດ້ວຍ 30,8% ບັດສະໜັບສະໜູນ, ຢືນອັນດັບ 2 ແມ່ນທ່ານ Ahmed Shafiq ອະດີດນາຍົກລັດຖະມົນຕີໃນສະໄໝອະດີດປະທານາທິບໍດີ Hosni Mubarak ດ້ວຍ 22,3% ບັດສະໜັບສະໜູນ. ຕາມຄະນະກຳມະການສູງສຸດກ່ຽວກັບການເລືອກຕັ້ງ ປະທານາທິບໍດີ ອີຢີບ ແລ້ວ, ຄາດວ່າ, ໝາກຜົນການເລືອກຕັ້ງຢ່າງເປັນທາງການຈະຖືກປະກາດໃນວັນທີ 29/5 ທີ່ຈະມາເຖິງ. ໃນກໍລະນີບໍ່ມີທ່ານໃດ ໃນຈຳນວນຜູ້ອອກສະໝັກຮັບເລືອກຕັ້ງ 12 ທ່ານ ຍາດໄດ້ບັດເລືອກຕັ້ງກ່ວາ 50% ເພື່ອຍາດໄດ້ໄຊຊະນະໃນການເລືອກຕັ້ງຮອບທີ 1, ຜູ້ອອກສະໝັກຮັບເລືອກຕັ້ງ 2 ທ່ານຍາດໄດ້ບັດສະໜັບສະໜູນຫຼາຍກ່ວາໝູ່ ຈະເຂົ້າຮ່ວມການອອກຫາສຽງເລືອກຕັ້ງຮອບທີ 2 ຊື່ງຄາດວ່າຈະດຳເນີນໃນວັນທີ 16-17/6 ທີ່ຈະມາເຖິງ. ເປັນອັນວ່າ, ທ່ານ Mohamed Morsi ແລະ ທ່ານ Ahmed Shafiq ອາດຈະສືບຕໍ່ເຂົ້າຮ່ວມການອອກຫາສຽງເລືອກຕັ້ງຮອບທີ 2.