ໝາກຜົນດີເດັ່ນຫລາຍຢ່າງໃນເດືອນຊາວໜຸ່ມ 2017
ກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດກ່ຽວກັບວຽກງານຊາວໜຸ່ມ
ແລະ ຂະບວນການຊາວໜຸ່ມເຍົາວະຊົນປີ 2017
(vovworld) – ວັນທີ 11/04, ທີ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດກ່ຽວກັບວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນປີ 2017. ບົດລາຍງານສະຫລຸບເດືອນຊາວໜຸ່ມ 2017 ໃຫ້ເຫັນວ່າ ໃນ 3 ເດືອນຜ່ານມາ, ອົງການຊາວໜຸ່ມຂັ້ນຕ່າງໆໃນທົ່ວປະເທດໄດ້ລະດົມແຫຼ່ງກຳລັງທີ່ມີມູນຄ່າກ່ວາ 58 ຕື້ດົ່ງ ເພື່ອເຂົ້າຮ່ວມການກໍ່ສ້າງໃໝ່ ແລະ ບູລະນະເສັ້ນທາງຄົມມະນາຄົມຊົນນະບົດ. ທ່ານ ເລກວກຟອງ ເລຂາຜູ້ທີ 1 ສູນກາງຊາວໜຸ່ມຖືວ່າ:
“ຂ້າພະເຈົ້າເຫັນວ່າ ເລຂາຊາວໜຸ່ມຂັ້ນແຂວງ ແລະ ທຸກຂັ້ນໄດ້ພົບປະໂດຍກົງ, ແລກປ່ຽນ, ເຈລະຈາກັບຊາວໜຸ່ມ. ນີ້ແມ່ນສັນຍານຕັ້ງໜ້າ, ນັ້ນແມ່ນວິທີການ ເພື່ອໃຫ້ພວກເຮົາຮັບຮູ້ໄດ້ສະພາບການຂອງ ຊາວໜຸ່ມຢ່າງໄວທີ່ສຸດ, ມີປະສິດທິຜົນທີ່ສຸດ. ຜ່ານນັ້ນ ພວກເຮົາກໍ່ໄດ້ຮັບຟັງ, ເຂົ້າໃຈ ແລະ ຖ່າຍທອດເພື່ອໃຫ້ຊາວໜຸ່ມເຫັນດີເຫັນພ້ອມ ແລະ ແບ່ງປັນການເຄື່ອນໄຫວກັບພວກເຮົາ ”