ໝາກຜົນເບື້ອງຕົ້ນຂອງການເລືອກຕັ້ງທົ່ວປະເທດຢູ່ ຊູແອດ

(VOVWORLD) - ຕາມແຈ້ງການແລ້ວ, ໝາກຜົນຂອງການກວດບັດ 95% ຢູ່ບັນດາເມືອງໄດ້ສະແດງໃຫ້ເຫັນວ່າພັກປະຊາທິປະໄຕ ສັງຄົມຍາດໄດ້ຈຳນວນບັດສະໜັບສະໜູນ 28,3%...

ໝາກຜົນເບື້ອງຕົ້ນຂອງການເລືອກຕັ້ງທົ່ວປະເທດຢູ່ ຊູແອດ - ảnh 1 ຜູ້ມີສິດເລືອກຕັ້ງໄປປ່ອນບັດ

(ພາບ: AFP/TTXVN)

ໝາກຜົນຂອງການນັບບັດເບື້ອງຕົ້ນໃນການເລືອກຕັ້ງທົ່ວປະເທດຢູ່ ຊູແອດ ເມື່ອວັນທີ 9 ກັນຍາ ໄດ້ສະແດງໃຫ້ເຫັນວ່າ ພັກປະຊາທິປະໄຕສັງຄົມກຳອຳນາດຂອງທ່ານນາຍົກລັດຖະມົນຕີ Stafen Lofven ພວມມີຄະແນນນຳໜ້າ. ຕາມແຈ້ງການແລ້ວ, ໝາກຜົນຂອງການກວດບັດ 95% ຢູ່ບັນດາເມືອງໄດ້ສະແດງໃຫ້ເຫັນວ່າພັກປະຊາທິປະໄຕ ສັງຄົມຍາດໄດ້ຈຳນວນບັດສະໜັບສະໜູນ 28,3%, ຫນ້ອຍກ່ວາເມື່ອທຽບໃສ່ລະດັບ 31% ທີ່ຍາດມາໄດ້ໃນການເລືອກຕັ້ງເມື່ອປີ 2014. ປະຈຸບັນ, ຍັງບໍ່ທັນຮູ້ແຈ້ງວ່າ ພັກສຳພັນທະມິດຂອງທ່ານນາຍົກລັດຖະມົນຕີ Lofven, ເຊິ່ງເປັນຜູ້ນຳໜ້າໃນລັດຖະບານຝ່າຍຊ້າຍທີ່ຍັງເຫຼືອຢູ່ ເອີລົບ, ຈະຍາດໄດ້ການສະໜັບສະໜູນທີ່ຈຳເປັນໃນສະພາແຫ່ງຊາດ ຊູແອດ ເພື່ອສ້າງຕັ້ງລັດຖະບານໃໝ່ຫຼືບໍ່?

        ໃນຂະນະນັ້ນ, ພັກປະຊາທິປະໄຕ ຊູແອດ ຂວາຈັດ, ທີ່ມີແຜນນະໂຍບາຍຕ້ານການອົບພະຍົບເຂົ້າເມືອງ, ພວມມີຈຳນວນບັດສະໜັບສະໜູນປະມານ 17,7%. ຖ້າຫາກໝາກຜົນນີ້ຍັງໄດ້ຮັບການຮັກສາເມື່ອມີໝາກຜົນຂອງການນັບບັດທັງໝົດໄດ້ສິ້ນສຸດລົງນັ້ນ, ພັກປະຊາທິປະໄຕ ຊູແອດ ຈະແມ່ນພັກການເມືອງໃຫຍ່ທີ 3, ຖັດຈາກພັກປະຊາທິປະໄຕສັງຄົມ ແລະ ພັກນິຍົມຄວາມສະຫງົບ.

ຕອບກັບ

ຂ່າວ/ບົດ​ອື່ນ