ທ່ານ Santorum (ເບື້ອງຊ້າຍ) ອາດຈະຍາດໄດ້ໄຊຊະນະໃນການຊ່ວງເສັງຢູ່ທັງສາມລັດ
(ພາບ: http://vnexpress.net)
(vovworld.vn)-ຕາມໝາກຜົນເບື້ອງຕົ້ນແຫ່ງການກວດບັດເລືອກຕັ້ງປະທານາທິບໍດີອາເມລິກາໃນປີ 2012 ຢູ່ 3 ລັດຄື: Missouri, Minnesota ແລະ Colorado ໃນວັນທີ 7/2 ແລ້ວ, ອາດີດສະມາຊິກສະພາສູງລັດ Pennsylvania Rick Santorum ອາດຈະຍາດໄດ້ໄຊຊະນະໃນການຊ່ວງເສັງຢູ່ທັງສາມລັດ. ດ້ວຍໝາກຜົນດັ່ງກ່າວ, ທ່ານ Santorum ໄດ້ລື່ນກາຍອາດີດຂະຫຼວງລັດ Mitt Romnye ນຳໜ້າການຊ່ວງເສັງລະຫວ່າງບັນດາຜູ້ອອກສະໝັກຮັບເລືອກຕັ້ງຂອງພັກສາທາລະນະລັດ. ຕາມໝາກຜົນຂອງ 89% ຈຳນວນບັດທີ່ໄດ້ກວດຢູ່ລັດ Missouri, 47% ຢູ່ລັດ Minnesota ແລະ 7% ຢູ່ລັດ Colorado ແລ້ວ, ທ່ານ Santorum ລ້ວນແຕ່ນຳໜ້າ ດ້ວຍຈຳນວນບັດສະໜັບສະໜູນກວມປະມານ 50% ຢູ່ທັງ 3 ລັດ. ຜູ້ຢືນອັນດັບສອງຢູ່ Missouri ແມ່ນທ່ານ Romnye, ຢູ່ລັດ Minnesota ແມ່ນສະມາຊິກສະພາຕຳ່ Ron Paul ອາຍຸ 77 ປີ. ສ່ວນຢູ່ລັດ Colorado ແມ່ນທ່ານ Santorum ອະດີດປະທານສະພາຕຳ່ Newt Gingrich.